ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດ ການກຸຸສົນ ຢູ່ ອີຢີບ
(vovworld) - ວັນທີ 3/10, ສະຖານທູດຫວຽດນາມ ແລະ ສະມາຄົມພັນລະຍາຂອງພະນັກງານການທູດ ຫວຽດນາມ ປະຈຳອີຢີບ ໄດ້ເຂົ້າຮ່ວມງານຕະຫລາດນັດການກຸສົນປີ 2012 ໂດຍສະມາຄົມພັນລະຍາພະນັກງານການທູດ ອາຊີ ຈັດຕັ້ງຂຶ້ນຢູ່ນະຄອນຫລວງ Cairo ດ້ວຍການເຂົ້າຮ່ວມຂອງເກືອບ 20 ປະເທດ. ເນື່ອງໃນໂອກາດນີ້, ບັນດາປະເທດເຂົ້າຮ່ວມໄດ້ວາງສະແດງບັນດາຜະລິດຕະພັນທີ່ເປັນມູນເຊື້ອກໍຄືແນະນຳວັດທະນະທຳອາຫານການກິນ ແລະ ໂຄສະນາພາບພົດປະເທດຊາດ ແລະ ປະຊາຊົນຂອງປະເທດຕົນ. ຮ້ານວາງສະແດງຂອງຫວຽດນາມ ທີ່ງານຕະຫລາດນັດນີ້ໄດ້ດຶງດູດຜູ້ເຂົ້າຊົມເປັນຈຳນວນຫລວງຫລາຍ. ເພື່ອນມິດສາກົນນິຍົມເຄື່ອງສິລະປະຫັດຖະກຳຂອງຫວຽດນາມທຸກປະເພດກໍຄື ຊຸດເສື້ອຍາວ, ພາບແຕ້ມ Dong Ho. ງານຕະຫລາດນັດການກຸສົນດັ່ງກ່າວ ເພື່ອບໍລິຈາກເງິນຊ່ວຍເຫລືອຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ ແລະ ບັນດາປະເທດອື່ນໃນພາກພື້ນທີ່ປະສົບກັບໄພທຳມະຊາດ ກໍຄືຊ່ວຍເຫລືອເດັກທຸກຍາກ, ຄົນພິການຢູ່ ອີຢີບ.
ຮ້ານວາງສະແດງເຄື່ອງສິລະປະຫັດຖະກຳຂອງຫວຽດນາມ
ພາບ:TTXVN
|