ຫວຽດນາມ ເຂົ້າຮ່ວມງານວາງສະແດງ ການເຊື່ອມໂຍງ AEC ຢູ່ ໄທ

ຫວຽດນາມ ເຂົ້າຮ່ວມງານວາງສະແດງ ການເຊື່ອມໂຍງ AEC ຢູ່ ໄທ - ảnh 1
ວິສາຫະກິດ ໄທ ຕໍ່ໜ້າຮ້ານວາງສະແດງຂອງຫວຽດນາມ
(ພາບ: Xuan Son)

(vovworld) - ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂໍ້​ວ່າ “ປະຊາ​ຄົມ​ເສດ​ຖະກິດ ອາ​ຊຽນ - ອາ​ຊຽນ ປ່ຽນ​ແປງ​ໂລກ” ​ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 26/7, ຢູ່​ນະຄອນຫຼວງ ບັງກອກ ປະ​ເທດ ​ໄທ. ງານ​ວາງສະ​ແດງ​ໄດ້​ດຳ​ເນີນ​​ໃນ​ເວລາ 3 ວັນ ​ໂດຍ​ກະຊວງ​ການ​ຄ້າ ​ໄທ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ໂຄສະນາ​ວິວັດທະນາ​ການ​ເຊື່ອມ​ໂຍງ ປະຊາ​ຄົມ ອາ​ຊຽນ (​ເຊິ່ງ​ເອີ້ນ​ຫຍໍ້​ວ່າ AEC). ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ໄທ ທ່ານ Ngo Duc Thang ​ໄດ້​ເຂົ້າ​ຮ່ວມ ​ແລະ ມີ​ການ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ການ​ຄ້າ​ໄທ. ​ໃນ​ວັນ​ໄຂ​ງານ​ວາງສະ​ແດງ, ມີ​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ໄທນັບ​ສິບ​​ແຫ່ງ, ພ້ອມ​ດ້ວຍ​ແຂກ​ຮັບ​ເຊີນ ​ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຂອງ​ຫວຽດນາມ ​ເພື່ອຊ​ອກຮູ້​ເງື່ອນ​ໄຂ​ບຸລິມະສິດ, ກາລະ​​ໂອກາດ​ລົງທຶນ, ຮ່ວມ​ມື​ກັບ​ຫວຽດນາມ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການທ່ອງທ່ຽວ. ຜູ້ຕາງໜ້າ​ກົມ​ການ​ຄ້າ​ຕ່າງ​ປະ​ເທດ ​ໄທ ​ໄດ້ຢັ້ງຢືນ​ວ່າ: ​ໄທ ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ ​ເພີ່​ມທະວີ​ກຳລັງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ​ເພື່ອ​ແນ​ໃສ່​ມຸ້ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ AEC ​ໃນ​ປີ 2015. ທີ່​ງານ​ວາງສະ​ແດງ​ຄັ້ງ​ນີ້, ​ໄທ ​​ເອົາ​ໃຈ​ໃສ່​ຊອກ​ຮູ້​ກ່ຽວ​ກັບ​ບັນດາ​ບາດກ້າວ​ກະກຽມ​ເຊື່ອມ​ໂຍງ AEC ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ