ຫວຽດນາມ ເປັນເຈົ້າການຫລຸດຜ່ອນຜົນກະທົບຈາກຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ

(VOVWORLD) - ນະໂຍບາຍອາລັກຂາການຄ້າຂອງ ອາເມລິກາ ແລະ ປະເທດຕ່າງໆ, ພິເສດສຳລັບສິນຄ້ານຳເຂົ້າຈາກ ຈີນ, ແລະ ການເໜັງຕີງລາຄາສິນຄ້າພື້ນຖານ, ພະລັງງານຈະສົ່ງຜົນສະທ້ອນເຖິງການເຕີບໂຕຂອງເສດຖະກິດ ຫວຽດນາມ.

ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ  ເຖິງວ່າຍັງບໍ່ທັນແມ່ນບັນດາຜົນກະທົບໂດຍກົງກໍ່ຕາມ ແຕ່ຕ້ອງມີສະຕິລະມັດລະວັງທີ່ສຸດຕໍ່ຜົນກະທົບຕ່ອງໂສຕາມແບບ “domino” ເຊິ່ງຄວາມເຄັ່ງຕຶງດ້ານການຄ້ານີ້ອາດຈະນຳມາ. ທີ່ກອງປະຊຸມຖະແຫຼງຂ່າວຂອງລັດຖະບານປະຈຳເດືອນ ກໍລະກົດ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດທັງຫາຍ ໃຫ້ຮູ້ວ່າ:

        “ລັດຖະບານໄດ້ປະກາດໃຊ້ດຳລັດເລກທີ 31/2018 ໄດ້ກຳນົດລະອຽດໃນກົດໝາຍວ່າດ້ວຍການຄຸ້ມຄອງການຄ້າຕ່າງປະເທດກ່ຽວກັບຕົ້ນກຳເນີດສິນຄ້າ ແລະ ດຳລັດສະບັບນີ້ ກໍ່ກຳນົດກ່ຽວກັບຕົ້ນກຳເນີດສິນຄ້າສົ່ງອອກ, ນຳເຂົ້າ ແລະ ຈັດວາງຕໍ່ນັກທຸລະກິດ, ອົງການຈັດຕັ້ງສາກົນ, ບຸກຄົນອື່ນໆ…ສຳລັບດຳລັດນີ້ ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ຍົກອອກຄຳສັ່ງແນະນຳການປະຕິບັດ. ປະຈຸບັນ ພວກຂ້າພະເຈົ້າກໍ່ໄດ້ໃຫ້ສັດຕະຍາບັນບັນດາກິດຈະກຳຂອງກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບການໃຫ້ສັດຕະຍາບັນແຜນການຕໍ່ສູ້ປ້ອງກັນ, ຕ້ານການລະເມີດໃນການຜະລິດດຳເນີນທຸລະກິດສິນຄ້າ

        ນອກຈາກບັນດາມາດຕະການດັ່ງກ່າວ, ຫວຽດນາມ ກໍ່ຄວນສືບຕໍ່ຍູ້ແຮງການພັດທະນາອຸດສາຫະກຳການປຸງແຕ່ງປະດິດສ້າງ, ສຸມໃສ່ໃຫ້ແກ່ການສົ່ງອອກກ່ວາອີກ ເພື່ອຊອກຫາຕະຫລາດ.

ຕອບກັບ

ຂ່າວ/ບົດ​ອື່ນ