ຫວຽດນາມ ແບ່ງປັນ ທັດສະນະກ່ຽວກັບສາຍກ່ຽວພັນລະຫວ່າງສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາ
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟື້ອງງາ
(ພາບ: TTXVN)
(vovworld) – ສະພາຄວາມໝັ້ນຄົງສະຫະປະຊາຊາດ ຫາກໍ່ຈັດກອງປະຊຸມປຶກສາຫາລືເປີດກ່ຽວກັບຫົວຂໍພັດທະນາຮອບດ້ານ ເພື່ອແນໃສ່ຮັບປະກັນສັນຕິພາບ, ຄວາມໝັ້ນຄົງສາກົນ. ທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟື້ອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ຢືນຢັນວ່າ ຫວຽດນາມ ໄດ້ແບ່ງປັນທັດສະທະຂອງຫຼາຍປະເທດກ່ຽວກັບສາຍກ່ຽວພັນທີ່ສະໜິດແໜ້ນລະຫວ່າງສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາ, ໃນນັ້ນການຮັກສາສັນຕິພາບແມ່ນປັດໄຈໝັ້ນຄົງໃຫ້ການພັດທະນາແບບຍື່ນຍົງ. ເລື່ອງຮັບຮອງ ແລະ ຍາມໃດກໍ່ຄິດໄລ່ເຖິງຄວາມຕ້ອງການ, ຜົນປະໂຫຍດ ແລະ ຄວາມສົນໃຈຂອງທຸກກຸ່ມ, ທຸກພາກສ່ວນໃນສັງຄົມຈະຊ່ວຍສະກັດກັ້ນການປະທະກັນ ແລະ ຮັກສາສັນຕິພາບ, ສະຖຽນລະພາບໃນສັງຄົມ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຢືນຢັນວ່າ, ລັດຫວຽດນາມ ເຄົາລົບ ແລະ ປະຕິບັດຫຼັກການສະເໝີພາບ, ບໍ່ຈຳແນກການປະພຶດ, ໄກ່ເກ່ຍ, ອະນຸໂລມ, ເອົາໃຈໃສ່ເຖິງການກໍ່ສ້າງຜັນຂະຫຍາຍບັນດາຍຸດທະສາດ ແລະ ນະໂຍບາຍພັດທະນາແຫ່ງຊາດຢ່າງຮອບດ້ານ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງຄົນທຸກຍາກ, ຊາວຊົນເຜົ່າສ່ວນນ້ອຍ, ແມ່ຍິງ ແລະ ເດັກນ້ອຍ. ຍ້ອນເຫດນັ້ນ, ຫວຽດນາມ ບັນລຸໄດ້ຜົນສຳເລັດໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຮັກສາສະຖຽນລະພາບ ແລະ ສືບຕໍ່ພັດທະນາ.