ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນຍຸດທະສາດການຮ່ວມມືດ້ານສາທາລະນະສຸກ ອາຊີ ຂອງ ຍີ່ປຸ່ນ

(VOVWORLD) - ວັນທີ 07 ມີນາ, ລັດຖະບານ ຍີ່ປຸ່ນ ໄດ້ຈັດຕັ້ງກອງປະຊຸມສຳມະນາຂໍ້ລິເລີ່ມສຸຂະພາບ ອາຊີ ຄັ້ງທີ 2 ຢູ່ນະຄອນຫລວງ ໂຕກຽວ
ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນຍຸດທະສາດການຮ່ວມມືດ້ານສາທາລະນະສຸກ ອາຊີ ຂອງ ຍີ່ປຸ່ນ - ảnh 1 ທ່ານ ເຈີ່ນງອັກຟຸກ ປະທານສະມາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ (ພາບ: ຫວຽດນາມ+)

ດ້ວຍຈຸດປະສົງເພີ່ມທະວີການຮ່ວມມື 2 ຝ່າຍ ແລະ ການຮ່ວມມືພາກພື້ນໃນບັນດາໂຄງການ ແລະ ການເຄື່ອນໄຫວຂອງວິສາຫະກິດ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍ ຍ້ອນສະພາບການອັດຕາຜູ້ອາຍຸສູງກວມເອົາສ່ວນໃຫຍ່ໃນປະຊາກອນກໍ່ຂຶ້ນຢູ່ພາກພື້ນ ອາຊີ, ກໍ່ຄືປະກອບສ່ວນໃຫ້ເປົ້າໝາຍການພັດທະນາແບບຍືນຍົງຂອງໂຄງການສົ່ງເສີມສຸຂະພາບທົ່ວໂລກ (UHC). ທີ່ກອງປະຊຸມສຳມະນາ, ທ່ານ ເຈີ່ນງອັກຟຸກ ປະທານສະມາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ນຳສະເໜີບົດທາບທາມຄວາມເຫັນດ້ວຍຫົວຂໍ້ວ່າ: “ບົດບາດຂອງສະມາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ໃນການປະຕິບັດຂໍ້ລິເລີ່ມສຸຂະພາບ ອາຊີ”. ທ່ານ ເຈີ່ນງອັກຟຸກ ເຊື່ອໝັ້ນວ່າ ສະມາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ຈະສວມບົດບາດຕັ້ງໜ້າໃນການທາບທາມຄວາມເຫັນບັນດາບັນຫາທີ່ກ່ຽວຂ້ອງເຖິງການສົ່ງເສີມສຸຂະພາບລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ ຢ່າງລະອຽດ, ກໍ່ຄືໜູນຊ່ວຍບັນດາຜູ້ທີ່ພວມສ້າງບັນດາການບໍລິການສົ່ງເສີມສຸຂະພາບໃຫ້ຜູ້ມີອາຍຸສູງ.

        ໃນຂອບເຂດຂໍ້ລິເລີ່ມສຸຂະພາບ ອາຊີ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫລວງໃນການຮ່ວມມືກັບ ຍີ່ປຸ່ນ ໃນຂົງເຂດສົ່ງເສີມສຸຂະພາບ. ນີ້ແມ່ນພື້ນຖານໃຫ້ແກ່ການສ້າງຕັ້ງຄະນະກຳມະການ ຫວຽດນາມ ກ່ຽວກັບຂໍ້ລິເລີ່ມສຸຂະພາບ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ