(vovworld) - ຕອນເຊົ້າວັນທີ 17 ກັນຍາ, ກ່າວຄຳເຫັນທີ່ພິທີຕ້ອນຮັບທ່ານ Peter Hancock, ຮອງປະທານກຸ່ມບໍລິສັດສາກົນ AIG ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຜ່ານຜ່າວິກິດການດ້ານການເງິນຂອງກຸ່ມບໍລິສັດ AIG ໃນໄລຍະຜ່ານມາ, ພິເສດແມ່ນການປະຕິບັດວິວັດການຫັນບັນດາບໍລິສັດລູກເປັນຫຸ້ນສ່ວນສຳເລັດຜົນ. ນີ້ແມ່ນບົດຮຽນຢ່າງແທດຈິງເພື່ອໃຫ້ຫວຽດນາມ ຮໍ່າຮຽນໃນວິວັດແຫ່ງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ພິເສດແມ່ນການສ້າງໂຄງປະກອບການລົງທຶນພາກລັດຄືນໃໝ່. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ເນັ້ນໜັກວ່າ ປະຈຸບັນຕະຫຼາດປະກັນໄພຢູ່ຫວຽດນາມ ພວມມີຂອບຂະໜາດນ້ອຍ ແຕ່ຄວາມສາມາດບົ່ມຊ້ອນພັດທະນາຍັງຫຼວງຫຼາຍຢູ່. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ສະເໜີໃຫ້ ກຸ່ມບໍລິສັດສາກົນ AIG ແບ່ງປັນບົດຮຽນ ແລະ ລົງທຶນດຳເນີນທຸລະກິດເຂົ້າຕະຫຼາດປະກັນໄພຫວຽດນາມ ໂດຍສະເພາະແມ່ນໃນຂົງເຂດຕະຫຼາດປະກັນໄພດ້ານກະສິກຳ. ນອກນັ້ນ, ກຸ່ມບໍລິສັດສາກົນ AIG ຍັງສາມາດເຂົ້າຮ່ວມ ຫຼື ຮຽກຮ້ອງບັນດາກຸ່ມບໍລິສັດການເງິນລົງທຶນເຂົ້າຂົງເຂດພັດທະນາພື້ນຖານໂຄງລ່າງຢູ່ຫວຽດນາມ.
ທ່ານ Peter Hancock ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ກຸ່ມບໍລິສັດສາກົນ AIG ຈະເພີ່ມທະວີການລົງທຶນພັດທະນາຕະຫຼາດປະກັນໄພຫວຽດນາມ ເວົ້າສະເພາະ ກໍ່ຄືພື້ນຖານເສດຖະກິດຫວຽດນາມ ເວົ້າລວມ.