ຫວຽດນາມ ແມ່ນສະຖານທີ່ລົງທຶນທີ່ປອດໄພ
(VOVWORLD) - ທ່ານສາດສະດາຈານ Ryo Ikebe, ສັງກັດມະຫາວິທະຍາໄລ Senshu, ອະດີດຫົວ ໜ້າ ຜູ້ຕາງໜ້າອົງການສົ່ງເສີມການຄ້າ ຍີ່ປຸ່ນ (JETRO), ຖືວ່າ ຫວຽດນາມພວມມີບັນດາການປ່ຽນແປງທີ່ໜ້າປະທັບໃຈໃນດ້ານເສດຖະກິດ-ສັງຄົມ.
ລະບົບຜະລິດເກີບສົ່ງອອກຂອງບໍລິສັດ Midori Safety Footwear ຈໍາກັດ (ພາບ: Danh Lam/TTXVN)
|
ເມື່ອຕອບສໍາພາດຕໍ່ສື່ມວນຊົນ, ທ່ານສາດສະດາຈານ Ikebe ຖືວ່າ ຫວຽດນາມ ເຄີຍໄດ້ຮັບຖືວ່າ ແມ່ນປະເທດສ່ົງອອກຜະລິດຕະພັນກະເສດ ແຕ່ປັດຈຸບັນນີ້ ບັນດາຜະລິດຕະພັນກະເສດສົ່ງອອກໃນນາມຂອງປະເທດອຸດສາຫະກໍາພວມເພີ່ມຂຶ້ນ, ນໍາຫວຽດນາມ ຄ່ອຍໆເຂົ້າຮ່ວມກຸ່ມບັນດາປະເທດອຸດສາຫະກໍາ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ໄດ້ເຂົ້າຮ່ວມອົງການການຄ້າໂລກ (WTO), ສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ເຈລະຈາສັນຍາການຄ້າເສລີ (FTA) ກັບສະຫະພາບເອີຣົບ, ສ້າງສະພາບແວດລ້ອມທີ່ມີກໍາລັງຄວາມສາມາດໃນການແກ້ງແຍ້ງ ແລະ ແລກປ່ຽນການຄ້າ. ຫວຽດນາມເລີ່ມໄດ້ຮັບການຕີລາຄາວ່າ ແມ່ນສະຖານທີ່ລົງທຶນທີ່ປອດໄພ. ຕາມການຕີລາຄາຂອງບັນດານັກລົງທຶນແລ້ວ, ຖ້າຫາກດໍາເນີນການລົງທຶນໃນຂອບຂະໜາດໃຫຍ່, ນະໂຍບາຍແລກປ່ຽນການຄ້າຂອງຫວຽດນາມຈະບໍ່ມີການປ່ຽນແປ່ງ ຫາກຍັງສືບຕໍ່ເດີນຕາມທິດຫັນເປັນເສລີ.