(vovworld) - ໃນລະຫວ່າງ ວັນທີ 4 – 5/4, ຢູ່ນະຄອນຫຼວງ ປາຣີ, ປະເທດຝຣັ່ງ ໄດ້ດຳເນີນເວທີປາໄສທົ່ວໂລກປີ 2013 ຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (ຫຼື OECD). ດ້ວຍຫົວຂໍ້ວ່າ “ວິທີສຳພັດທີ່ມີຫົວຄິດປະດິດສ້າງໃນການຫລຸດຜ່ອນຄວາມທຸກຍາກ, ເພີ່ມທະວີການເຊື່ອມຕໍ່ສັງຄົມ ແລະ ຄວາມກ້າວໜ້າ”, ເວທີປາໄສທົ່ວໂລກ ກ່ຽວກັບການພັດທະນາ 2013 ຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດປີນີ້ໄດ້ຍົກອອກຄຳນິຍາມໃໝ່ທີ່ວ່າ “ເຊື່ອມຕໍ່ສັງຄົມ” ຄືດັ່ງໄມ້ວັດແທກກ່ຽວກັບປະສິດທິຜົນຂອງວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ກ່າວຄຳເຫັນໄຂເວທີປາໄສ, ທ່ານເລຂາທິການໃຫຍ່ອົງການ OECD Angel Gurria ໃຫ້ຮູ້ວ່າ: ໂລກ ເປັນສັກຂີພິຍານບັນດາວຽກງານດີເດັ່ນ ກ່ຽວກັບການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ຖືວ່າ ຫວຽດນາມ ແມ່ນແບບຢ່າງທຳອິດກ່ຽວກັບການຜັນຂະຫຍາຍວິທີສຳພັດໃໝ່ ກ່ຽວກັບ “ການເຊື່ອມຕໍ່ສັງຄົມ” ໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ຢູ່ໃນປະເທດພວມພັດທະນາ.
ຜູ້ຕາງໜ້າ ຫວຽດນາມ ທ່ານ ຈິ້ງກົງແຄງ, ຫົວໜ້າກົມນະໂຍບາຍຊົນເຜົ່າ ຂຶ້ນກັບຄະນະກຳມະການຊົນເຜົ່າ ຫວຽດນາມ ມີບົດກ່າວປາໄສທີ່ວາລະປະຊຸມຄັ້ງທີ 2 ຂອງເວທີປາໄສດ້ວຍຫົວຂໍ້ວ່າ: “ຫລຸດຜ່ອນຄວາມທຸກຍາກຢູ່ບັນດາເຂດຊົນເຜົ່າສ່ວນໜ້ອຍຂອງ ຫວຽດນາມ, ຈາກແງ່ມູມຂອງການເຊື່ອມຕໍ່ສັງຄົມ”. ທ່ານ ຈິ້ງກົງແຄງ, ໃຫ້ຮູ້ວ່າ:
“ລັດຖະບານ ຫວຽດນາມ ມີຫຼາຍນະໂຍບາຍ, ໂຄງການ ເພື່ອແນໃສ່ພັດທະນາເສດຖະກິດສັງຄົມ ແລະ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງໃຫ້ແກ່ຊາວຊົນເຜົ່າສ່ວນໜ້ອຍ. ແຕ່ເຖິງຢ່າງໃດກໍ່ຕາມ, ພວກເຮົາແມ່ນປະເທດຍັງບໍ່ທັນມີປະສົບການ ດັ່ງນັ້ນພວກເຮົາຈຶ່ງມີຫຼາຍນະໂຍບາຍຖືກຊ້ອນກັນ, ແຫຼ່ງກຳລັງບໍ່ພຽງພໍ ສະນັ້ນບາງໂຄງການບໍ່ທັນຮັບປະກັນປະສິດທິຜົນ. ເພາະສະນັ້ນ, ຄະນະກຳມະການຊົນເຜົ່າເຂົ້າຮ່ວມເວທີປາໄສທົ່ວໂລກ ກ່ອນອື່ນໝົດແມ່ນແບ່ງປັນບົດຮຽນຂອງພວກເຮົາໃນນະໂຍບາຍຊົນເຜົ່າ, ແຕ່ສິ່ງສຳຄັນກ່ວານັ້ນແມ່ນພວກເຮົາຈະຮຳ່ຮຽນ ເອົາບົດຮຽນຂອງ OECD ກໍ່ຄືປະເທດຕ່າງໆ ໃນການຄົ້ນຄ້ວານະໂຍບາຍ, ໂຄງການໃຫ້ແກ່ຊາວຊົນເຜົ່າສ່ວນໜ້ອຍເພື່ອເຮັດແນວໃດ, ດ້ວຍແຫລ່ງກຳລັງນ້ອຍແຕ່ພວກເຮົາສາມາດບັນລຸໄດ້ປະສິດທິຜົນຫຼາຍກ່ວາ”