ຫວຽດນາມ ແລະ ກຳປູເຈຍ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ເສີມຂະຫຍາຍນໍ້າໃຈສາມັກຄີມິດຕະພາບ

(VOVWORLD) - ວັນທີ 20 ກໍລະກົດ, ທີ່ພະລາດຊະວັງ ຢູ່ນະຄອນຫຼວງພະນົມເປນ, ກຳປູເຈຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ເຈລະຈາກັບ ພະບາດສົມເດັດພະມະຫາກະສັດ ກຳປູເຈຍ Norodom Sihamoni. 
ຫວຽດນາມ ແລະ ກຳປູເຈຍ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ເສີມຂະຫຍາຍນໍ້າໃຈສາມັກຄີມິດຕະພາບ - ảnh 1ທ່ານເລຂາທິການໃຫຍ່ຄະນະບໍລິຫານງານພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະ ພະບາດສົມເດັດພະມະຫາກະສັດ ກຳປູເຈຍ Norodom Sihamoni

ພ້ອມກັນທົບທວນຄືນໄລຍະທາງແຫ່ງການພັດທະນາການພົວພັນສອງປະເທດ ໃນ 50 ປີ ຜ່ານມາ, ສອງຝ່າຍຕີລາຄາສູງ ຕໍ່ເລື່ອງທີ່ສອງປະເທດສ້າງສາຍພົວພັນການທູດ ເມື່ອວັນທີ 24/06/1967; ເຫັນດີເປັນເອກະພາບການພົວພັນບ້ານໃກເ້ເຮືອນຄຽງມິດຕະພາບ, ຄວາມສາມັກຄີແບບພິເສດ ຊຶ່ງບັນດາການນຳລຸ່ນຕ່າງໆ ແລະ ປະຊາຊົນສອງປະເທດເພີ່ມພູນຄູນສ້າງ, ບັນລຸໄດ້ບັນດາຜົນງານຮອບດ້ານ, ຍິ່ງໃຫຍ່, ສຳຄັນ. ການນຳສອງທ່ານຢັ້ງຢືນຈະພ້ອມກັນເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ເສີມຂະຫຍາຍ ແລະ ຖ່າຍທອດໃຫ້ຄົນລຸ້ນຫຼັງກ່ຽວກັບຄວາມສາມັກຄີມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ກຳປູເຈຍ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ອວຍພອນໃຫ້ປະຊາຊົນ ກຳປູເຈຍ ສືບຕໍ່ຍາດໄດ້ຫຼາຍຜົນງານໃໝ່ໃນວຽກງານກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ປະກອບສ່ວນສ້າງສາ ປະເທດກຳປູເຈຍ ມີຄວາມສັນຕິພາບ, ປອງດອງຊາດ, ຮ່ວມມື ແລະ ພັດທະນາ. ສ່ວນ ພະບາດສົມເດັດພະມະຫາກະສັດ ກຳປູເຈຍ Norodom Sihamoni ເນັ້ນໜັກເຖິງການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເປັນຂີດໝາຍປະຫວັດສາດສຳຄັນພິເສດ ໃນການພົວພັນບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ, ໄດ້ດຳເນີນໃນໂອກາດສອງປະເທດຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ພະບາດສົມເດັດພະມະຫາກະສັດ ກຳປູເຈຍ ຢັ້ງຢືນວ່າຈະສືບຕໍ່ເພີ່ມພູນຄູນສ້າງໃຫ້ຄວາມສາມັກຄີຍິ່ງໃຫຍ່, ການພົວພັນມິດຕະພາບບໍລິສຸດຜຸດຜ່ອງ ແລະ ການຮ່ວມມືບ້ານໃກ້ເຮືອນຄຽງ ກຳປູເຈຍ-ຫວຽດນາມ ມີຄວາມສວຍສົດງົດງາມ.

ຕອບກັບ

ຂ່າວ/ບົດ​ອື່ນ