ຫວຽດນາມ ແລະ ລາວ ຈັດກອງປະຊຸມສຳມະນາ ວິທະຍາສາດກ່ຽວກັບການກໍ່ສ້າງພັກ

ຫວຽດນາມ ແລະ ລາວ ຈັດກອງປະຊຸມສຳມະນາ ວິທະຍາສາດກ່ຽວກັບການກໍ່ສ້າງພັກ - ảnh 1

(ພາບ:chinhphu.vn)

(VOV): ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ “ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງວຽກ​ງານ​ການຈັດຕັ້ງກໍ່ສ້າງ​ພັກ“ ​ໂດຍຄະນະ​ຈັດຕັ້ງສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຄະນະ​ຈັດຕັ້ງສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຈັດຕັ້ງຂຶ້ນ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າວັນ​ທີ 13/11 ຢູ່​ນະຄອນ​ດົງ​ເຮີຍ ​ແຂວງ​ກວາງ​ບິງ. ບັນດາ​ບົດ​ປະກອບ​ຄວາ​ມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ເຕື້ອງ​ເຖິງ​ບັນຫາ​ທິດ​ສະ​ດີ, ພຶດຕິ​ກຳ​ຕົວ​ຈິງ​ກ່ຽ​ວກັບ​ການ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ໃນພັກ​ກອມ​ມູນິດ​ຫວຽດນາມ. ການຈັດຕັ້ງອົງຄະ​ນະ​ພັກຂັ້ນຮາກ​ຖານ​ຕິດ​ພັນ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ…ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ໂອກາດ​ເພື່ອ​ລກປ່ຽນ​ບັນດາ​ບັນຫາ​ຕ່າງ​ມີ​ຄວາມ​ສົນ​ໃຈ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​ຂອງພັກ​ກອມ​ມູນິດ​ຫວຽດນາມ  ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ​ໄຊ​ສີ ສັນຕິ​ວົງ, ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຄະນະ​ຈັດຕັ້ງສູນ​ກາງພັກ​ປະຊາຊົນ​ປະຕິວັດ​ລາວ ​ຢືນຢັນ​ວ່າ:

  “ຂ້າພະ​ເຈົ້າ​ເຊື່ອໝັ້ນຢ່າງ​ແນວ​ແນ່​ວ່າ: ຜ່ານ​ກອງ​ປະຊຸມ​ສຳ​ມະ​ນາ, ພວກ​ເຮົາ​ຈະ​ຮ່ຳຮຽນ ​ແລະ ຖອດ​ຖອນ​ບົດຮຽນ​ຊື່​ງກັນ ​ແລະ ກັນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ. ກອງ​ປະຊຸມ​ສຳ​ມະ​ນາຄັ້ງນີ້​ມີ​ຄວາມ​ສຳຄັນ​ທີ່​ສຸດ​ໃນ​ການ​ຫມູນ​ໃຊ້​ບັນດາ​ບົດຮຽນ​ພຶດຕິ​ກຳ​ຕົວ​ຈິງ​ໃນ​ວຽກ​ງານ​ຂອງ​ພວກ​ເຮົາ ​ແລະ ປະກອບສ່ວນ​ສຳຄັນ​​ເພື່ອ​ໃຫ້​ສາຍ​ພົວພັນ​ຂອງ​ພວກ​ເຮົາ​ນັບ​ມື້​ນັບ​ແຕກ​ດອກ​ອອກ​ຜົນ

 

 

 

 

 

ຂ່າວ/ບົດ​ອື່ນ