ຫວຽດນາມ ແລະ ລາວ ມີນ້ຳໃຈສາມັກຄີແບບພິເສດ, ມິດຕະພາບອັນຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານ

(VOVWORLD) - ປະຊາຊົນ ລາວ ແລະ ຫວຽດນາມ ຍາມໃດກໍ່ດຳລົງຊີວິດໃນສັນຕິພາບ ແລະ ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນຫຼາຍເທື່ອ ແລະ ຈາກນັ້ນ, ໄດ້ສ້າງການພົວພັນແບບທຳມະຊາດລະຫວ່າງປະຊາຊົນສອງປະເທດ.
ຫວຽດນາມ ແລະ ລາວ ມີນ້ຳໃຈສາມັກຄີແບບພິເສດ, ມິດຕະພາບອັນຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານ - ảnh 1ທ່ານເອກອັກຄະລັັດຖະທູດ ຫວຽດນາມ ປະຈຳ ສປປ ລາວ ຫງວຽນບ໊າຮຸ່ງ

ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 – 5/9/2022). ທ່ານເອກອັກຄະລັັດຖະທູດ ຫວຽດນາມ ປະຈຳ ສປປ ລາວ ຫງວຽນບ໊າຮຸ່ງ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບການພົວພັນຮ່ວມມື ຫວຽດນາມ - ລາວ. ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ຢັ້ງຢືນວ່າ: ການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ ແມ່ນການພົວພັນພິເສດຢ່າງແທ້ຈິງ, ມີພຽງແຕ່ໜຶ່ງບໍ່ມີສອງໃນການພົວພັນສາກົນຂອງໂລກປະຈຸບັນ:

        “ໃນຕະຫຼອດໄລຍະປະຫວັດສາດນັບພັນປີ, ປະຊາຊົນ ລາວ ແລະ ຫວຽດນາມ ຍາມໃດກໍ່ດຳລົງຊີວິດໃນສັນຕິພາບ ແລະ ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນຫຼາຍເທື່ອ ແລະ ຈາກນັ້ນ, ໄດ້ສ້າງການພົວພັນແບບທຳມະຊາດລະຫວ່າງປະຊາຊົນສອງປະເທດ. ການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດພວກເຮົາ ພິເສດແມ່ນຍ້ອນການອີງໃສ່ການຊ່ວຍເຫຼືອກັນເປັນຈິດໜຶ່ງໃຈດຽວ, ໂປ່ງໃສ, ບໍ່ຖືກກະທົບຈາກແນວຄິດປະເທດໃຫຍ່, ປະເທດນ້ອຍ ຫຼື ແນວຄິດສະແຫວງຫາຜົນປະໂຫຍດ, ເຄົາລົບກັນ, ມີການພົວພັນສະເໝີພາບ, ນີ້ແມ່ນລັກສະນະສຳຄັນທີ່ສຸດ ແລະ ເໝາະສົມກັບຫຼັກການພື້ນຖານຂອງກົດໝາຍສາກົນ. ພວກເຮົາຍາມໃດກໍ່ຮັກສານ້ຳໃຈສາມັກຄີແບບພິເສດ, ມິດຕະພາບອັນຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານ”

ຕອບກັບ

ຂ່າວ/ບົດ​ອື່ນ