ຫວຽດນາມ ແລະ ລາວ ເພີ່ມທະວີ ການຮ່ວມມືດ້ານກະຈາຍສຽງ

ຫວຽດນາມ ແລະ ລາວ ເພີ່ມທະວີ ການຮ່ວມມືດ້ານກະຈາຍສຽງ - ảnh 1
(ທ່ານ Nguyen Dang Tien, ຜູ້ອຳນວຍການ​ໃຫຍ່ VOV
ໄດ້ມອບອຸ​ປະກອນໃຫ້ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ)

(vovworld) -     ຄະນະ​ພະນັກງານ​ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ໂດຍ​ທ່ານ Nguyen Dang Tien, ຜູ້ອຳນວຍການ​ໃຫຍ່ ນຳ​ໜ້າ, ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ແຕ່​ວັນ​ທີ 25 – 27/9. ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້ ​ແມ່ນ​​ເພື່ອ​ແນ​ໃສ່ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສື່​ມວນ​ຊົນ ​ແລະ ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ລະ​ຫວ່າງ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ​ໄລຍະ 2012 – 2016. ຕອນ​ເຊົ້າ​ວັນ​ທີ 26/9, ຄະນະ​ພະນັກງານ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນ​ຳວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ. ທີ່​ການ​ຕ້ອນຮັບ, ທ່ານ ສີພາ ນົງ​ລາດ, ຜູ້ອຳນວຍການ​ໃຫຍ່ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ, ຫວັງ​ວ່າ​ຈະ​ສືບ​ຕໍ່​ສົມ​ທົບ​ກັບວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໃນ​ວຽກ​ງານ​ບຳລຸງ​ສ້າງ​ພະນັກງານ, ຖັນ​ແຖວ​ນັກ​ຂ່າວອາຊີບ​, ໜູນ​ຊ່ວຍ​​ດ້ານ​ເຕັກນິກ ​ແລະ ອຸ​ປະກອນຢ່າງ​ແໜ້ນ​ແຟ້ນກວ່າ​ອີກ, ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ສະຖານີ​ຮັບ​ສົ່ງ​ສັນຍານ​ຢູ່​ບັນດາ​ແຂວງ​ທາງ​ພາກ​ເໜືອ ​ແລະ​ພາກ​ໃຕ້​ຂອງ​ລາວ. ທ່ານ Nguyen Dang Tien, ຜູ້ອຳນວຍການ​ໃຫຍ່ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໃຫ້​ຮູ້​ວ່າ.

“ວິທະຍຸ​ກະຈາຍສຽງ​ສອງ​ປະ​ເທດ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ແຕ່​ປີ 1990. ມາ​ຮອດ​ປະຈຸ​ບັນ, ພວກ​ເຮົາ​ໄດ້​ລົງ​ນາມ​​ໃນຂໍ້​ຕົກລົງຮ່ວມ​ມື 6 ສະບັບ, ​ໃນ 3 ຂົງ​ເຂດ​ນັ້ນ​ແມ່ນ; ບຳລຸງ​ສ້າງດ້ານ​ວິຊາ​ການ, ທີ່​ສອງ​ແມ່ນ​ບັນຫາ​ແລກປ່ຽນ​ບັນດາ​​ຂ່າວ, ບົດ ​ແລະ ທີ່ ສາມ​ແມ່ນ​ເຕັກນິກ​ຖ່າຍ​ທອດ ​ແລະ ​ສົ່ງ​ສັນຍານ. ດ້ວຍ​ໜ້າ​ທີ່​ຄື​ແນວ​ນັ້ນ, ວິທະຍຸ​ກະຈາຍສຽງ​ສອງ​ປະ​ເທດ ​ໄດ້​ຊ່ວຍ​ເຫຼືອ​ເຊິ່ງກັນ​ ແລະ ກັນ, ​ແຕ່ລະ​ປີ​ໄດ້​ມີ​ການ​ແລກປ່ຽນ​ນັກ​ຂ່າວ, ພະນັກງານ​ເຕັກນິກ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນເພື່ອ​ເຮັດ​ແນວ​ໃດ​ໃຫ້ລາຍການ​ມີຄຸນ​ນະພາບ​ດີ ​ແລະ ຖືກອອກ​ອາກາດ​ເຖິງ​ຜູ້​ຟັງ​ຢູ່​ທັງ​ສອງ​ປະ​ເທດ”.

ຂ່າວ/ບົດ​ອື່ນ