(ພາບ:dantri.com.vn)
(VOV)- ແຕ່ວັນທີວັນທີ 14-17/11, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນງານພົບປະແລກປ່ຽນລະຫວ່າງຊາວໜຸ່ມເຍົາວະຊົນນະຄອນຮ່າໂນ້ຍ, ໂຮ່ຈິມິນ ແລະ ວຽງຈັນ. ໃນຊຸມວັນນີ້, ຊາວໜຸ່ມເຍົາວະຊົນສາມນະຄອນມີບັນດາການເຄື່ອນໄຫວຄື: ປູກຕົ້ນໄມ້ອະນຸສອນ, ສະແດງສິລະປະວັດທະນະທຳ, ກິລາ ແລະ ໄປທັດສະນະສຶກສາຢູ່ເຂດປູສະນີຍະສະຖານປະຫວັດສາດ, ວັດທະນະທຳຂອງນະຄອນຫຼວງວຽງຈັນ… ຄຽງຂ້າງນັ້ນ, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ, ໂຮ່ຈິມິນ ສືບຕໍ່ປຸກລະດົມຂະບວນການ “ລະດູແລ້ງອາສາມະໝັກ“ ເພື່ອຊ່ວຍຄະນະຊາວໜຸ່ມນະຄອນວຽງຈັນ ໃນການແລກປ່ຽນບົດຮຽນວຽການຊາວໜຸ່ມ, ບຳລຸງສ້າງອຸດົມການປະຕິວັດໃຫ້ແກ່ຊາວໜຸ່ມເຍົາວະຊົນ; ແຂ່ງຂັນຮ່ຳຮຽນ, ປະຕິບັດວຽກການ; ນຳໃຊ້ວິທະຍາສາດເຂົ້າໃນພຶດຕິກຳຕົວຈິງ; ເພີ່ມທະວີການເຄື່ອນໄຫວທີ່ແທດຈິງເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນແບບພິເສດລະຫວ່າງສອງປະເທດ.
ເນື່ອງໃນໂອກາດນີ້, ລັດລາວ ໄດ້ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ຄະນະຊາວໜຸ່ມນະຄອນຮ່າໂນ້ຍ, ນະຄອນໂຮ່ຈິມິນ ຍ້ອນມີຜົນງານຊ່ວຍຄະນະຊາວໜຸ່ມນະຄອນວຽງຈັນ ໃນໄລຍະຜ່ານມາ.