ຫວຽດນາມ ແລະ ສີລັງກາ ປາດຖະໜາຢາກຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມ ແລະ ສີລັງກາ ປາດຖະໜາຢາກຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ​ສີ​ລັງກາ
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 26/02, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສີ​ລັງກາ, Kalahe Gamage Ivan Amarasinghe, ​ເຂົ້າ​ຢ້ຽມ​ອຳ​ລາ ​ເນື່ອງ​ໃນ​ໂອາກດສິ້ນ​ສຸດ​ໜ້າ​ທີ່​ປະຕິບັດ​ງານ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນຍາມ​ໃດ​ກໍ່​ປາດ​ຖະໜາ ​ແລະ ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ​ສີ​ລັງກາ ສືບ​ຕໍ່​ນຳ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ແທດ​ຈິງ​ໃຫ້​​ແກ່​ການ​ພັດທະນາ​ລວມຂອງ​ທັງ 2 ຝ່າຍ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່ໍຊຸກຍູ້​ການ​ແລກປ່ຽນ​ການ​ຄ້າ​ຫຼາຍ​ກວ່າ​ອີກ, ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ 2 ປະ​ເທດ​ບັນລຸ​ຕົວ​ເລກ​ສູງ​ກວ່າ, ພ້ອມ​ກັນ​ນັ້ນ​ແມ່ນ​ສືບ​ຕໍ່​ເພີ່ມ​ທະວີ​ການ​​ເຄື່ອນ​ໄຫວ​ຮ່ວມ​ມື​ລົງທຶນ, ທ່ອງ​ທ່ຽວ…

        ສ່ວນ​ທ່ານເອກ​ອັກຄະ​ລັດຖະທູດ​ສີ​ລັງກາ ປາດ​ຖະໜາ​ວ່າ, 2 ຝ່າຍ​ສືບ​ຕໍ່​ມານະ​ພະຍາຍາມ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ກະສິກຳ, ສິນ​ໃນ​ນ້ຳ, ປຸງ​ແຕ່ງ, ຜະລິດຕະພັນ​ຈາກ​ຕົ້ນ​ໄມ້​ອຸດ​ສາ​ກະ​ກຳ… ຍ້ອນ​ນີ້​ແມ່ນ​ບັນດາ​ຂົງ​ເຂດ​ໄດ້​ຮັບ​ຖື​ວ່າ​ແມ່ນ​ທ່າ​ແຮງ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ