ທ່ານຮ່າຮຸ່ງເກື່ອງ ລັດຖະມົນຕີວ່າການກະຊວງຍຸຕິທຳ
ພາບ:baomoi.com
|
(vovworld) – ວັນທີ 29/3, ຄະນະປະຕິບັດງານ ໂດຍທ່ານຮ່າຮຸ່ງເກື່ອງ ລັດຖະມົນຕີວ່າການກະຊວງຍຸຕິທຳ ນຳໜ້າໄດ້ເດີນທາງໄປເຖິງ ເຊອູນ, ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ເກົາຫຼີ. ການຢ້ຽມຢາມຄັ້ງນີ້, ເພື່ອແນໃສ່ຍູ້ແຮງການພົວພັນຮ່ວມມືລະຫວ່າງກະຊວງຍຸຕິທຳຫວຽດນາມ ກັບກະຊວງຍຸຕິທຳ ແລະ ກະຊວງນິຕິບັນຍັດ ສ.ເກົາຫຼີ. ຕາມແຜນການ, ທ່ານລັດຖະມົນຕີ ຮ່າຮຸ່ງເກື່ອງ ຈະເຈລະຈາກັບທ່ານລັດຖະມົນຕີກະຊວງຍຸຕິທຳ ສ.ເກົາຫຼີ ແລະ ລົງນາມໃນຂໍ້ຕົກລົງການຮ່ວມມືເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດກົດໝາຍລະຫວ່າງ 2 ກະຊວງ. ໃນໄລຍະເວລາຢູ່ ສ.ເກົາຫຼີ, ທ່ານລັດຖະມົນຕີ ຮ່າຮຸ່ງເກື່ອງ ເຂົ້າຢ້ຽມຂຳ່ນັບປະທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ, ຢ້ຽມຢາມສະຖານທູດຫວຽດນາມ ປະຈຳສ.ເກົາຫຼີ ແລະ ຜູ້ຕ່າງໜ້າສະມາຄົມຫວຽດນາມ ຢູ່ ສ.ເກົາຫຼີ