ຫວຽດນາມ ແລະ ສ.ເຊັກໂກ ເຈລະຈາສັນຍາໜູນຊ່ວຍດ້ານຕຸລາການອາຍາ

(VOVWORLD) - ແຕ່ວັນທີ 23 – 25 ຕຸລາ, ທີ່ນະຄອນຫລວງ ປຣາຮາ ຂອງ ສ.ເຊັກໂກ, ໄດ້ດຳເນີນຮອບເຈລະຈາທຳອິດຂອງສັນຍາໜູນຊ່ວຍດ້ານຕຸລາການອາຍາລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ. 
ຫວຽດນາມ ແລະ ສ.ເຊັກໂກ ເຈລະຈາສັນຍາໜູນຊ່ວຍດ້ານຕຸລາການອາຍາ - ảnh 1ຄະນະຜູ້ແທນ ຫວຽດນາມ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ເຊັກໂກ (ພາບ: Vietnam+) 

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ເລຕ໋ຽນ ຫົວໜ້າກົມຮ່ວມມືສາກົນ ແລະ ໜູນຊ່ວຍດ້ານຕຸລາການອາຍາ, ອົງການໄອຍະການປະຊາຊົນສູງສຸດ ນຳໜ້າ. ຄະນະຜູ້ແທນ ສ.ເຊັກໂກ ໂດຍທ່ານນາງ Gabriela Blahova ຫົວໜ້າກົມບັນດາບັນຫາສາກົນ, ກະຊວງຍຸຕິທຳ ສ.ເຊັກໂກ ເປັນຫົວໜ້າຄະນະ. ເມື່ອແລກປ່ຽນກັບນັກຂ່າວ VOV ຢູ່ ປຣາຮາ, ທ່ານເລຕ໋ຽນ ໃຫ້ຮູ້ວ່າ:

        “ການຈັດຕັ້ງເຈລະຈາ, ກ້າວໄປເຖິງການລົງນາມໃນສັນຍາໜູນຊ່ວຍດ້ານຕຸລາການສຳເລັດຜົນນັ້ນ ຈະປະກອບສ່ວນສ້າງສຳເລັດກອບກົດໝາຍໃນຂົງເຂດຕໍ່ສູ້ ແລະ ປ້ອງກັນຕ້ານອາດຊະຍາກຳ, ຜ່ານນັ້ນ ປະກອບສ່ວນປັບປຸງການພົວພັນ ແລະ ການຮ່ວມມືຫລາຍດ້ານລະຫວ່າງ 2 ປະເທດ, ກໍ່ຄືປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ຫວຽດນາມ ຢູ່ ສ.ເຊັກໂກ. ດັ່ງນັ້ນ ພວກຂ້າພະເຈົ້າ ຕີລາຄາຮອບເຈລະຈານີ້ ມີຄວາມໝາຍຕັ້ງໜ້າທີ່ສຸດໃນການພົວພັນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ