ຫວຽດ​ນາມ ແລະ ອົງ​ການ​ພະ​ລັງ​ງານ​ປະ​ລະມາ​ນູ​ສາ​ກົນ (IAEA) ລົງ​ນາມໃນ​ເອ​ກະ​ສານກຳນົດການ​ຮ່ວມ​ມື​ໄລ​ຍະ 2022 – 2027

(VOVWORLD) -ວັນທີີ 10 ມີນາ, ຢູ່ນອກກອງປະຊຸມຂອງສະພາຜູ້ວ່າການອົງການພະລັງງານປະລະມານູ ສາກົນ (IAEA), ຄະນະຜູ້ຕາງໜ້າຫວຽດນາມ ປະຈຳບັນດາອົງການຈັດຕັ້ງສາກົນຢູ່ ວຽນ, ປະເທດ ໂອຕາລິດ ແລະ IAEA ໄດ້ຈັດພິທີລົງນາມກອບໂຄງການຮ່ວມມືລະຫວ່າງ ຫວຽດນາມ ແລະ IAEA ໄລຍະ 2022 – 2027.

ຫວຽດ​ນາມ ແລະ ອົງ​ການ​ພະ​ລັງ​ງານ​ປະ​ລະມາ​ນູ​ສາ​ກົນ (IAEA) ລົງ​ນາມໃນ​ເອ​ກະ​ສານກຳນົດການ​ຮ່ວມ​ມື​ໄລ​ຍະ 2022 – 2027 - ảnh 1ທ່ານ ປ.ອ Hua Liu, ຮອງຜູ້ອຳນວຍການໃຫຍ່ຮັບຜິດຊອບກ່ຽວກັບການຮ່ວມມືດ້ານເຕັກໂນໂລຢີ, ເຕັກນິກຂອງ IAEA ແລະ  ທ່ານເອກອັກຄະລັດຖະທູດ ຫງວຽນຈຸງກຽນ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ IAEA

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນຈຸງກຽນ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ IAEA ເນັ້ນໜັກວ່າ ຫວຽດນາມ ແລະ IAEA ໄດ້ລົງນາມກອບໂຄງການຮ່ວມມືທີ່ມີຄວາມໝາຍພິເສດໃນສະພາບທີ່ຫວຽດນາມ ໃກ້ຈະດຳລົງຕຳແໜ່ງປະທານກອງປະຊຸມບັນດາປະເທດສະມາຊິກ ສັນຍາຮ່ວມມືກ່ຽວກັບການຄົ້ນຄ້ວາ, ພັດທະນາ ແລະ ການບຳລຸງສ້າງວິທະຍາສາດ ແລະ ເຕັກໂນໂລຢີນິວເຄຼຍ (RCA), ອາຍຸການ 2022 – 2023. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໜຶ່ງໃນບັນດາບຸລິມະສິດຂອງ ຫວຽດນາມ ໃນວິວັດການເຂົ້າຮ່ວມສະພາຜູ້ວ່າການ IAEA, ອາຍຸການ 2022 – 2023 ແມ່ນການຮ່ວມມືກັບບັນດາສະມາຊິກຕ່າງໆຂອງສະພາຍູ້ແຮງບົດບາດຂອງ IAEA ໃນການພັດທະນາເຕັກໂນໂລຢີນິວເຄຼຍ ເພື່ອເປົ້າໝາຍສັນຕິພາບ. ທ່ານ ປ.ອ Hua Liu, ຮອງຜູ້ອຳນວຍການໃຫຍ່ຮັບຜິດຊອບກ່ຽວກັບການຮ່ວມມືດ້ານເຕັກໂນໂລຢີ, ເຕັກນິກຂອງ IAEA ໃຫ້ຮູ້ວ່າ, ການລົງນາມກອບໂຄງການຮ່ວມມືໄລຍະ 2022 – 2027 ແມ່ນເອກະສານທີ່ມີຄວາມໝາຍສຳຄັນ, ຊ່ວຍໃຫ້ IAEA ຮັບຮູ້ເຖິງຄວາມສົນໃຈ ແລະ ຄວາມຕ້ອງການຂອງ ຫວຽດນາມ ໃນການນຳໃຊ້ເຕັກໂນໂລຢີນິວເຄຼຍ, ຜ່ານນັ້ນ ໜູນຊ່ວຍ IAEA ໃນການສ້າງໂຄງການຮ່ວມມືດ້ານເຕັກນິກໃນແຕ່ລະປີ.

ຕອບກັບ

ຂ່າວ/ບົດ​ອື່ນ