ຫວຽດນາມ ແລະ ອິດສະລາແອນ ຍູ້ແຮງການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ

(VOVWORLD) - ວັນທີ 25 ກໍລະກົດ, ພິທີເຊັນບົດບັນທຶກຊ່ວຍຈຳການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ອິດສະລາແອນ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ຖືກດຳເນີນທີ່ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ອິດສະລາແອນ.
ຫວຽດນາມ ແລະ ອິດສະລາແອນ ຍູ້ແຮງການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ - ảnh 1ພາບປະກອບ 

ທີ່ພິທີ, ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ  ຫວຽດນາມ ຈູຫງ້ອກແອງ ແລະ ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ອິດສະລາແອນ Ofir Akunis ໄດ້ເຊັນບົດບັນທຶກຊ່ວຍຈຳການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງສອງຝ່າຍ. ພິທີເຊັນບົດບັນທຶກໄດ້ເປັນຂີດໝາຍສຳຄັນ ແນໃສ່ຊຸກຍູ້ການເຄື່ອນໄຫວຮ່ວມມືຄົ້ນຄວ້າດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ກະສິກຳເຕັກໂນໂລຊີສູງ, ລ້ຽງ ແລະ ປຸງແຕ່ງສິນໃນນໍ້າ, ເຕັກໂນໂລຊີຜະລິດວັດສະດຸ, ວິທະຍາສາດການແພດ ແລະ ສຸຂະພາບກໍ່ຄືພະລັງງານຜະລິດຄືນໃໝ່. ຈຸດປະສົງຂອງບົດບັນທຶກຊ່ວຍຈຳຄັ້ງນີ້ແມ່ນຈະສຸມໃສ່ໃນການຊ່ວຍໜູນບັນດາໂຄງການຮ່ວມມືຄົ້ນຄວ້າ ແລະ ຜັນຂະຫຍາຍທົດລອງປະຕິບັດ; ຮ່ວມກັນຈັດຕັ້ງບັນດາເຫດການວິທະຍາສາດ ແລະ ເຕັກໂນໂລຊີ ແລະ ບັນດາກອງປະຊຸມອື່ນກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ; ແລກປ່ຽນຂໍ້ມູນຂ່າວສານແລະ ອື່ນໆ

ຕອບກັບ

ຂ່າວ/ບົດ​ອື່ນ