ຫວຽດ​ນາມ ແລະ ອີ​ຕາ​ລ​ີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕ້ານ​ການ​ສ​ໍ້​ລາດ​ບັງຫຼວງ

(VOVWORLD) -ຄະນະປະຕິບັດງານຂອງອົງການກວດກາລັດຖະບານ ຫວຽດນາມ ໂດຍທ່ານ ເລມິງຄ໊າຍ, ປະທານອົງການກວດກາ ລັດຖະບານ, ເປັນຫົວໜ້າຄະນະພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ອີຕາລີໃນລະຫວ່າງວັນທີ 26 – 28 ກັນຍາ. 
ຫວຽດ​ນາມ ແລະ ອີ​ຕາ​ລ​ີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕ້ານ​ການ​ສ​ໍ້​ລາດ​ບັງຫຼວງ - ảnh 1ທ່ານ ເລມິງຄ໊າຍ ປະທານອົງການກວດກາ ລັດຖະບານ ຫວຽດນາມ ແລະ ທ່ານ Raffaele Cantone ປະທານ Anac ອີຕາລີ ລົງນາມເຂົ້າບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືສອງຝ່າຍ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ, ອົງການກວດກາ ລັດຖະບານ ຫວຽດນາມ ແລະ ອົງການປ້ອງກັນຕ້ານການສໍ້ລາດບັງຫຼວງແຫ່ງຊາດ ອີຕາລີ (Anac) ໄດ້ລົງນາມ ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືສອງຝ່າຍເພື່ອແນໃສ່ເພີ່ມທະວີການສົມທົບລະຫວ່າງສອງປະເທດໃນຂົງເຂດ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.

        ທີ່ການພົບປະກັບທ່ານ Raffaele Cantone ປະທານ Anac, ທ່ານ ເລມິງຄ໊າຍ ປະທານອົງການກວດກາ ລັດຖະບານຢັ້ງຢືນວ່າ ລັດຖະບານ ຫວຽດນາມ ມີການ ຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງບໍ່ຢຸດຢັ້ງ ເພື່ອແນໃສ່ສ້າງສະພາບແວດລ້ອມທີ່ໂປ່ງໃສ, ຮັກສາສະຖຽນລະພາບດ້ານການເມືອງ, ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ທ່ານ ເລມິງຄ໊າຍ ສະເໜີວ່າ ພາຍຫຼັງການລົງນາມໃນບົດບັນທຶກຊ່ວຍຈຳແລ້ວ, ສອງຝ່າຍຈະສົມທົບກັນຜັນຂະຫຍາຍບັນດາເນື້ອໃນຂອງບົດບັນທຶກໃນທັນທີ.

        ສ່ວນທ່ານ Raffaele Cantone ຢັ້ງຢືນວ່າ ພ້ອມແລ້ວທີ່ຈະຮ່ວມມືກັບ ອົງການກວດກາ ລັດຖະບານ ຫວຽດນາມໃນຂົງເຂດປ້ອງກັນ, ຕ້ານ ການສໍ້ລາດບັງຫຼວງ ແລະ ການເຄື່ອນໄຫວສົມທົບກັນລະຫວ່າງສອງປະເທດໃນຂົງເຂດນີ້ຈະໄດ້ຮັບການຍູ້ແຮງໃນໄລຍະຈະມາເຖິງ. ພ້ອມທັງເນັ້ນໜັກວ່າ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ອີຕາລີໃນໄລຍະທີ່ຜ່ານມາໄດ້ຮັບການພັດທະນາຢ່າງແຮງໃນຫຼາຍຂົງເຂດ, ໃນນັ້ນມີການເຄື່ອນໄຫວແລກປ່ຽນ, ແບ່ງປັນບົດຮຽນ, ປະສົບການໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ