ຫວຽດນາມ ແລະ ອິນເດຍ ຊຸກຍູ້ການພົວພັນຮ່ວມມືຍຸດທະສາດຮອບດ້ານ

(VOVWORLD) -ຕອນບ່າຍວັນທີ 19/4, ຢູ່ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕ່ຳ ອິນເດຍ Om Birla ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ຫວຽດນາມ ແລະ ອິນເດຍ ຊຸກຍູ້ການພົວພັນຮ່ວມມືຍຸດທະສາດຮອບດ້ານ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ  ທ່ານປະທານສະພາຕ່ຳ ອິນເດຍ Om Birla

     ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ: ປະຈຸບັນ ອິນເດຍ ແມ່ນປະເທດມະຫາອຳນາດ, ມີພື້ນຖານເສດຖະກິດໃຫຍ່ອັນດັບ 6 ໃນໂລກ, ນຳໜ້າດ້ານວິທະຍາສາດ ແລະ ເຕັກໂນໂລຢີທີ່ກ້າວໜ້າ, ຫວຽດນາມ ແມ່ນປະເທດພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງ ແລະ ເປີດປະຕູຢ່າງກ້ວາງເລິກ.ທ່ານປະທານປະເທດໃຫ້ຮູ້ວ່າ ນີ້ແມ່ນບັນດາປັດໄຈທີ່ສະດວກເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃນຍຸກປະຈຸບັນ.

      ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະຂັ້ນຕ່າງໆ; ປະສານສົມທົບກັນເປັນຢ່າງດີໃນການຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ພ້ອມກັບການຮ່ວມມືດ້ານປ້ອງກັນປະເທດ - ປ້ອງກັນຄວາມສະຫງົບຊຶ່ງແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນ 2 ຝ່າຍ, ທ່ານປະທານປະເທດ ສະເໜີ 2 ຝ່າຍຊຸກຍູ້ການຮ່ວມມືໃນ ຂົງເຂດປ້ອງກັນຄວາມປອດໄພທາງອິນເຕີແນັດ, ສືບຂ່າວລັບ, ຕ້ານກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ, ບັນດາບັນຫາປ້ອງກັນຄວາມສະຫງົບແບບໃໝ່, ແລກປ່ຽນກ່ຽວກັບການໜູນຊ່ວຍດ້ານຕຸລາການໃນຂົງເຂດພົນລະເຮືອນ.

       ທ່ານປະທານປະເທດສະເໜີໃຫ້ 2 ຝ່າຍຍູ້ແຮງການສົ່ງເສີມການຄ້າ, ຍູ້ແຮງຂະບວນວິວັດການເປີດປະຕູໃຫ້ບັນດາຜະລິດຕະພັນກະເສດຂອງກັນແລະກັນ; ອິນເດຍ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ອິນເດຍ ເຂົ້າມາລົງທຶນຢູ່ ຫວຽດນາມ. ນອກຈາກການຊຸກຍູ້ການຮ່ວມມືໃນຂົງເຂດເຕັກໂນໂລຊີສູງ, ນະວັດຕະກຳ, ນ້ຳມັນອາຍແກັສ, ທ່ານປະທານປະເທດຖືວ່າ, 2 ຝ່າຍຄວນຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ການພົວພັນແລກປ່ຽນປະຊາຊົນ; ຮ່ວມມືສ້າງວິທີການຟື້ນຟູການທ່ອງທ່ຽວພາຍຫຼັງໂລກລະບາດ

       ສ່ວນທ່ານປະທານສະພາຕ່ຳ ອິນເດຍ Om Birla ປາດຖະໜາວ່າ 2 ປະເທດເປີດກວ້າງການຮ່ວມມື ໃນບັນດາ ຂົງເຂດຄື: ການຄ້າ, ການລົງທຶນ, ການສຶກສາ, ບຳລຸງສ້າງ, ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ພ້ອມກັນນັ້ນ, ທ່ານເຊື່ອໝັ້ນວ່າ, ສອງປະເທດຈະສະໜັບສະໜູນເຊິ່ງກັນແລະກັນເພື່ອຮັບມືກັບສິ່ງທ້າທາຍໃນທົ່ວໂລກໃນອະນາຄົດ ແລະ ພ້ອມກັນພັດທະນາ.

    ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິລຈີງ ໄດ້ມີການພົບປະ ທ່ານປະທານສະພາຕ່ຳ ອິນເດຍ Om Birla ຢ່າງສະໜິດສະໜົມ

ຕອບກັບ

ຂ່າວ/ບົດ​ອື່ນ