ຫວຽດນາມ ແລະ ອິນເດຍ ແບ່ງປັນວິໄສທັດລວມ, ມຸ່ງໄປເຖິງບັນດາເປົ້າໝາຍຍຸດທະສາດໃໝ່

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ຫວຽດນາມ ສຸມໃສ່ປະຕິບັດ 6 ນະໂຍບາຍ, ໃນນັ້ນ, ມີນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ
ຫວຽດນາມ ແລະ ອິນເດຍ ແບ່ງປັນວິໄສທັດລວມ, ມຸ່ງໄປເຖິງບັນດາເປົ້າໝາຍຍຸດທະສາດໃໝ່ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີບົດກ່າວປາໄສທີ່ສະພາບັນດາບັນຫາໂລກຂອງ ອິນເດຍ)

        ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ອິນເດຍ, ຕອນຄ່ຳວັນທີ 01 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີບົດກ່າວປາໄສ “ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອິນເດຍ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ມະຫາສະໝຸດ ອິນເດຍ - ອາຊີ - ປາຊີຟິກ ແລະ ທົ່ວໂລກ”, ທີ່ສະພາບັນດາບັນຫາໂລກຂອງ ອິນເດຍ (ICWA).

        ເມື່ອເຕື້ອງເຖິງທິດສະດີກ່ຽວກັບແນວທາງປ່ຽນແປງໃໝ່ຂອງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ຫວຽດນາມ ສຸມໃສ່ປະຕິບັດ 6 ນະໂຍບາຍ, ໃນນັ້ນ, ມີນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍທິດ, ຫຼາຍຮູບຫຼາຍແບບ, ເປັນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ເພື່ອເປົ້າໝາຍສັນຕິພາບ, ການຮ່ວມມືພັດທະນາຢູ່ພາກພື້ນ ແລະ ໃນໂລກ; ປະຕິບັດແນວທາງການຕ່າງປະເທດ “ການທູດໄມ້ໄຜ່”.

        ແບ່ງປັນກ່ຽວກັບວິໄສທັດ, ການກຳນົດທິດ, ມາດຕະການແກ້ໄຂຈຸດສຸມໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ, ຫວຽດນາມ ສຸມໃສ່ປະຕິບັດຢ່າງຄົບຊຸດ, ມີປະສິດທິຜົນບັນດາມາດຕະການແກ້ໄຂ, ຄື: ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ; ຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ; ເອົາໃຈໃສ່ການຮັບປະກັນຊີວິດສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ປັບປຸງ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍູ້ແຮງການພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ເງື່ອນໄຂສະດວກໃຫ້ແກ່ການພັດທະນາປະເທດຊາດ…

        ກ່ຽວກັບການຕ່າງປະເທດ ຫວຽດນາມ - ອິນເດຍ, ທ່ານນາຍົກລັດຖະມົນຕີເຊື່ອໝັ້ນຢ່າງແນວແນ່ຕໍ່ແງ່ຫວັງອັນສົດໃສຂອງການພົວພັນລະຫວ່າງ 2 ປະເທດຈະສືບຕໍ່ “ແຕກດອກອອກຜົນພາຍໃຕ້ທ້ອງຟ້າແຫ່ງສັນຕິສຸກ”.

ຕອບກັບ

ຂ່າວ/ບົດ​ອື່ນ