ປະທານາທິບໍດີ ອິນໂດເນເຊຍ Susilo Bambang Yudhoyono
ພາບ: internet
|
(vovworld) - ວັນທີ 28 -29/8, ຄະນະຜູ້ແທນ ຫວຽດນາມ ແລະ ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມຄັ້ງທີ 2 ຢູ່ ບາລີ ພາຍໃຕ້ຫົວຂໍ້ວ່າ: ມູ່ງໄປເຖິງການພົວພັນຄູ່ ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ. ທ່ານ Pham Quang Vinh ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວຫນ້າຄະນະຜູ້ແທນ ຫວຽດນາມ ແລະ ທ່ານ Pitono Purnomo ຫົວຫນ້າກົມໄຈ້ແຍກນະໂຍບາຍ ແລະ ພັດທະນາ, ສັງກັດກະຊວງການຕ່າງປະເທດ ອິນໂດເນເຊຍ ເປັນປະທານຮ່ວມກອງປະຊຸມ. ທີ່ກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລືບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບການພົວພັນສອງຝ່າຍ, ສອງຝ່າຍໄດ້ກຳນົດບາງບັນຫາຮ່ວມມືຕົ້ນຕໍຄື: ການເມືອງ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ກົດໝາຍ, ເສດຖະກິດ, ການຄ້າ ການລົງທຶນ, ວັດທະນະທຳ ສັງຄົມ, ຄ້ຳປະກັນດ້ານສະບຽງອາຫານ ແລະ ພະລັງງານ. ກ່ຽວກັບບັນຫາພາກພື້ນ ແລະ ສາກົນ, ສອງຝ່າຍກໍເຫັນດີຈະເພີ່ມທະວີການຮ່ວມມືໃນບັນດາເວທີປາໄສພາກພື້ນ, ລະຫວ່າງພາກພື້ນ ແລະ ການພົວພັນຫລາຍຝ່າຍ.