ຫວຽດນາມ ແລະ ອາເມລິກາ ຊຸກຍູ້ການຮ່ວມມືໃນຂົງເຂດການບິນ

(VOVWORLD) -  ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບັນດາບໍລິສັດ, ອົງການຄຸ້ມຄອງທາງການບິນ, ການຂົນສົ່ງ ແລະ ຄວາມໝັ້ນຄົງ, ການຄ້າ…ຂອງ ອາເມລິກາ - ຫວຽດນາມ ໄດ້ແບ່ງປັນບັນດາບົດຮຽນໃນພຶດຕິກຳຕົວຈິງດີທີ່ສຸດໃນຂະແໜງການບິນ
ຫວຽດນາມ ແລະ ອາເມລິກາ ຊຸກຍູ້ການຮ່ວມມືໃນຂົງເຂດການບິນ - ảnh 1 ທີ່ກອງປະຊຸມສຳມະນາ (ພາບ: TTXVN)

ວັນທີ 18 ເມສາ, ສະຖານກົງສູນໃຫຍ່ ອາເມລິກາ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ຮ່ວມມືລະຫວ່າງ ອາເມລິກາ ແລະ ຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງສະໜາມບິນຂອງ ຫວຽດນາມ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ, ຜູ້ຕາງໜ້າທັງພາກລັດ - ພາກເອກະຊົນກ່ວາ 80 ຄົນທີ່ມາຈາກ 2 ປະເທດ, ແນໃສ່ມຸ່ງໄປເຖິງການຊອກຫາບັນດາກາລະໂອກາດ ແລະ ຂົງເຂດການຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ເມື່ອ 2 ປະເທດກະກຽມເປີດສາຍການບິນໂດຍກົງ.

        ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບັນດາບໍລິສັດ, ອົງການຄຸ້ມຄອງທາງການບິນ, ການຂົນສົ່ງ ແລະ ຄວາມໝັ້ນຄົງ, ການຄ້າ…ຂອງ ອາເມລິກາ - ຫວຽດນາມ ໄດ້ແບ່ງປັນບັນດາບົດຮຽນໃນພຶດຕິກຳຕົວຈິງດີທີ່ສຸດໃນຂະແໜງການບິນ ເພື່ອເພີ່ມທະວີການພົວພັນລະຫວ່າງ ອາເມລິກາ - ຫວຽດນາມ; ກຳນົດທິດການສົມທົບກັບ ຫວຽດນາມ ພັດທະນາບັນດາໂຄງການພື້ນຖານໂຄງລ່າງສະໜາມບິນສຳຄັນ; ແຜນການພັດທະນາສະໜາມບິນຂອງ ຫວຽດນາມ.

        ປັດຈຸບັນກຸ່ມອຸດສາຫະກຳການບິນ ຫວຽດນາມ - ອາເມລິກາ ລວມມີ 26 ບໍລິສັດ, 6 ອົງການ ແລະ ຄະນະຂະແໜງການຂອງລັດຖະບານ ອາເມລິກາ ແລະ 2 ສະຫະສະມາຄົມວິສາຫະກິດ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ