ຫວຽດນາມ ແລະ ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ໃນ​ຂົງ​ເຂດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ

(VOVWORLD) - ທ່ານພົນໂທ ຫງວຽນຈີ໊ວິງ ໄດ້ຢັ້ງຢືນວ່າ ພັກ, ລັດຖະບານ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ຍັງສືບຕໍ່ຖືການຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນ ເນື້ອໃນບຸລິມະສິດ ກັບ ອາເມລິກາ ໃນໄລຍະຈະມາເຖິງ

ຕອນເຊົ້າວັນທີ 8 ເມສາ, ຢູ່ສຳນັກງານກົມການພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈິ໊ວິງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫວົໜ້າອົງການປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດທີ່ຍັງບໍ່ແທນແຕກ ແລະ ທາດພິດເຄມີ ຫຼັງສົງຄາມ ຢູ່ ຫວຽດນາມ (ຄະນະຊີ້ນຳ 701) ໄດ້ໃຫ້ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel J.Krintenbrink ມາເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ. ນະທີ່ນີ້, ສອງຝ່າຍໄດ້ຕີລາຄາສູງໝາກຜົນຂອງການຮ່ວມມືໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມໃນໄລຍະທີ່ຜ່ານມາ ໃນບັນດາຂົງເຂດຄື ການຄົ້ນຫານາຍທະຫານຫາຍສາບສູນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດທີ່ຍັງບໍ່ທັນແຕກ… ຜ່ານນັ້ນກໍ່ໄດ້ປະກອບສ່ວນເຂົ້າໃນການຮຳບາດແຜສົງຄາມ, ສ້າງກຳລັງໜູນໃຫ້ແກ່ບັນດາຂົງເຂດຮ່ວມມື ທີ່ແຕກຕ່າງກັນ ລະຫວ່າງ ສອງປະເທດ, ກໍ່ຄືປະກອບສ່ວນເຂົ້າໃນການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ.

        ທ່ານພົນໂທ ຫງວຽນຈີ໊ວິງ ໄດ້ຢັ້ງຢືນວ່າ ພັກ, ລັດຖະບານ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ຍັງສືບຕໍ່ຖືການຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນ ເນື້ອໃນບຸລິມະສິດ ກັບ ອາເມລິກາ ໃນໄລຍະຈະມາເຖິງ, ທ່ານກໍ່ປາດຖະໜາກຢາກໃຫ້ອົງການທີ່ມີໜ້າທີ່ຮັບຜິດຊອບ ອາເມລິກາ ສືບຕໍ່ສົມທົບກັບຄະນະຊີ້ນຳ 701 ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືທີ່ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ແລະ ຖືກກັບຄວາມຄືບໜ້າ.

ສ່ວນທ່ານ ເອກອັກຄະລັດຖະທູດ Daniel J.Krintenbrink  ໄດ້ໃຫ້ຄຳໝັນສັນຍາຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ມອບເອກະສານໃຫ້ ຫວຽດນາມ ເຊິ່ງໄດ້ສະພາແຫ່ງຊາດ ອາເມລິກາ ຮັບຮູ້ ແລະ ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບການຮ່ວມມືລະຫວ່າງສອງປະເທດໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເນື້ອໃນນີ້ໄດ້ຮັບການຮັບຮອງເອົາຈາກ ສະພາສູງ ອາເມລິກາ ແລະ ສຳເນົາເອກະສານໄວ້ຢູ່ສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ