ຫວຽດນາມ ແລະ ເບລາຣຸດ ສືບຕໍ່ຮັກສາ ການຮ່ວມມືໃນຫຼາຍຂົງເຂດ
ທ່ານປະທານປະເທດເຈືອງເຕີນຊາງ
ຕ້ອນຮັບພົນຈັດຕະວາ Valery Vakulchik
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 24/09, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ຕ້ອນຮັບພົນຈັດຕະວາ Valery Vakulchik, ປະທານຄະນະກຳມະການປ້ອງກັນຄວາມສະຫງົບແຫ່ງຊາດສ.ເບລາຣຸດ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າຄຽງຂ້າງການຮ່ວມມືອັນດີງາມດ້ານການເມືອງ, ການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ, ຫວຽດນາມ ແລະ ເບລາຣຸດ ຄວນສືບຕໍ່ຮັກສາຂົງເຂດຮ່ວມມືສຶກສາມູນເຊື້ອ, ເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າ, ໂທລະຄົມ. ຫວຽດນາມ ມີທ່າແຮງກ່ຽວກັບເຄື່ອງໃຊ້ສອຍ, ອຸດສາຫະກຳເບົາ, ໃນຂະນະທີ່, ເບລາຣຸດ ມີທ່າແຮງກ່ຽວກັບອຸດສາຫະກຳໜັກ ແລະ ພະລັງງານ. ສະນັ້ນ, 2 ປະເທດສາມາດເພີ່ມເຕີມໃຫ້ກັນໃນການຮ່ວມມືລົງທຶນ ແລະ ການຄ້າ. ທ່ານປະທານປະເທດສະແດງຄວາມຫວັງວ່າ, ສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ແລະ ບັນດາປະເທດຮ່ວມສຳພັນດ້ານພາສີລັດເຊຍ - ກາຣັກສຖານ - ເບລາຣຸດ ຈະສິ້ນສຸດການເຈລະຈາໃນອະນາຄົດໃກ້ໆນີ້. ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ເບລາຣຸດ, ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ ຫວຽດນາມ ພວມປະຕິບັດວິວັດການປ່ຽນໃໝ່, ຍາມໃດກໍ່ເຄົາລົບ ແລະ ປາດຖະໜາຢາກເພີ່ມທະວີການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ - ເບລາຣຸດ. ທ່ານປະທານປະເທດ ສະເໜີໃຫ້ 2 ຝ່າຍສືບຕໍ່ຮັກສາການຢ້ຽມຢາມ ແລະ ການພົບປະກັນສູງ ແລະ ທຸກຂັ້ນ, ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດໃຫ້ເໝາະສົມກັບການພົວພັນດ້ານການເມືອງອັນດີງາມ ແລະ ຄວາມສາມາດບົ່ມຊ້ອນ, ຄວາມຫວັງຂອງ 2 ປະເທດ.