ຫວຽດນາມ ໂຮມຊຸມນຸມຕອບສະໜອງວັນຊັບພະຍາກອນນ້ຳໂລກ 22/3

ຫວຽດນາມ ໂຮມຊຸມນຸມຕອບສະໜອງວັນຊັບພະຍາກອນນ້ຳໂລກ 22/3 - ảnh 1
ຄວນນຳໃຊ້ນ້ຳໃຫ້ເໝາະສົມ
ພາບ:internet


(vovworld) - ຕອນ​ເຊົ້າວັນ​ທີ 22/3 ຢູ່​ແຂວງ Hau Giang , ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ໄດ້​ຈັດງານ​ໂຮມ​ຊຸມນຸມ​ຕອບ​ສະໜອງ​ວັນ​ຊັບພະຍາກອນນ້ຳ​ໂລກ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ບັນດາ​ກະຊວງ, ຂະ​ແຫນງ​ການ​ຂອງ​ສູນ​ກາງ, ຜູ້ຕາງຫນ້າ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ພ້ອມ​ດ້ວຍ​ປະຊາຊົນ​ກວ່າ 3000 ຄົນ​. ຫົວ​ຂໍ້​ຂອງ​ວັນ​ຊັບພະຍາກອນ​ນ້ຳ​ໂລກ​ແມ່ນ ນ້ຳແລະ ຄ້ຳປະກັນດ້ານສະບຽງອາຫານ”. ​ດ້ວຍ​ຈຸດໝາຍ​ແມ່ນ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ໂລກ​ທີ່​ມີ​ຕໍ່​ສາຍ​ພົວພັນ​ລະຫວ່າງ​ນ້ຳໃ ​ແລະ ການ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ, ຄວາມ​ສຳຄັນ​ຂອງ​ນ້ຳ​​ໃນ​ວິວັດ​ການ​ຜະລິດ​ສະບຽງ​ອາຫານ​ກໍ​ຄື​ພຶດຕິ​ກຳ​ຕົວ​ຈິງ​ໃນ​ການ​ຜະລິດ ​ແລະ ນຳ​ໃຊ້​ນ້ຳ​ແບບ​ຍືນ​ຍົງ​ກວ່າ. ​​ກ່າວປາ​ໄສ​ທີ່ງານ​ໂຮມ​ຊຸມນຸມ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ Nguyen Minh Quang ​ໃຫ້​ຮູ້​ວ່າ​: ​ ຫວຽດນາມ​ຖືກ​ຈັດ​ເຂົ້າ​ກຸ່ມ​ບັນດາ​ປະ​ເທດ​ມີ​ແຫຼ່ງຊັບພະຍາກອນ​ນ້ຳ​ໃນ​ລະດັບ​ປານ​ກາງ​ຂອງ​ໂລກ ​ແຕ່​ວ່າ​ພວມ​ຕ້ອງ​ປະ​ເຊີນ​ຫນ້າກັບ​ສະພາບ​ແຫ່​ລງຊັບ​ພະຍາກອນ​ນ້ຳ​ຖືກ​ຊຸດ​ໂຊມ ນັບ​ທັງ​ປະ​ລິ​ມານ ​ແລະ ຄຸນ​ນະພາ​ບ.

“​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ນ້ຳ​ອັນ​ໃຫຍ່​ຫລວງ​ໃນ​ສະພາບ​ຊັບພະຍາກອນ​ນ້ຳ​ພວມ​ຄ່ອຍໆ​ເຫືອດ​ແຫ້ງ, ຫວຽດນາມ ຄວນ​ມີ​ບັນດາ​ມາດ​ຕະການ​ຍຸດ​ທະ​ສາດ​ທີ່​ມີ​ລັກສະນະ​ສັງ​ລວມ ​ແລະ ບໍ່​ພຽງ​ແຕ່​ຮັດ​ແຄບ​ໃນ​ຂອ​ບ​ເຂດ​ຂະ​ແຫນງ​ນ້ຳ​ເທົ່າ​ນັ້ນ ຫາກ​ຕ້ອງ​ມີ​ລັກສະນະ​ລະຫວ່າງ​ຂະ​ແຫນງ​ ທີ່​ດິນ, ອຸດສາຫະກຳ, ພະລັງງານ, ສິ່ງ​ແວດ​ລ້ອມ, ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ​ບຳລຸ​ງສ້າງ, ຖະ​ແຫລ​ງຂ່າວ​ໂທລະ​ຄົມ.”

ຕອບກັບ

ຂ່າວ/ບົດ​ອື່ນ