ຫວຽດນາມ - ໄທ ແລກປ່ຽນກ່ຽວກັບການພົວພັນຮ່ວມມື 2 ຝ່າຍ ແລະ ບັນດາບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈ

(VOVWORLD) - ທີ່ການພົບປະເຈລະຈາທາງອອນລາຍ, 2 ຝ່າຍໄດ້ເຫັນດີເປັນເອກະພາບສູ້ຊົນເພີ່ມວົງເງິນການຄ້າ 2 ສົ້ນຂຶ້ນເປັນ 20 ຕື້ USD ຕໍ່ປີ ຄືດັ່ງຄາດໝາຍທີ່ໄດ້ວາງອອກ, ເຊັນຂໍ້ຕົກລົງຮັບສະໝັກແຮງງານ 2 ຝ່າຍສະບັບໃໝ່ໂດຍໄວ. 
ຫວຽດນາມ - ໄທ ແລກປ່ຽນກ່ຽວກັບການພົວພັນຮ່ວມມື 2 ຝ່າຍ ແລະ ບັນດາບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈ - ảnh 1 ຫວຽດນາມ - ໄທ ແລກປ່ຽນກ່ຽວກັບການພົວພັນຮ່ວມມື 2 ຝ່າຍ (ພາບ: VGP)

  ຕອນບ່າຍວັນທີ 03 ກັນຍາ 2020, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ພົບປະເຈລະຈາທາງອອນລາຍກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄທ  ດອນ ປຣາມັດວິໄນ ກ່ຽວກັບການພົວພັນຮ່ວມມື 2 ຝ່າຍ, ໃນນັ້ນ ມີການຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ກໍ່ຄືກ່ຽວກັບບັນດາບັນຫາສາກົນ, ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ທີ່ການພົບປະເຈລະຈາທາງອອນລາຍ, 2 ຝ່າຍໄດ້ເຫັນດີເປັນເອກະພາບສູ້ຊົນເພີ່ມວົງເງິນການຄ້າ 2 ສົ້ນຂຶ້ນເປັນ 20 ຕື້ USD ຕໍ່ປີ ຄືດັ່ງຄາດໝາຍທີ່ໄດ້ວາງອອກ, ເຊັນຂໍ້ຕົກລົງຮັບສະໝັກແຮງງານ 2 ຝ່າຍສະບັບໃໝ່ໂດຍໄວ. 2 ຝ່າຍກໍ່ໄດ້ເຫັນດີເປັນເອກະສັນ ຈະເປີດກ້ວາງການຮ່ວມມືໃນບັນດາຂົງເຂດສຳຄັນອື່ນ ຄືການສຶກສາບຳລຸງສ້າງ, ການທ່ອງທ່ຽວ, ວັດທະນະທຳ ແລະ ພົວພັນແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ