ຫວຽດນາມກາຍເປັນ ສະມາຊິກຄະນະ ກຳມະການລະຫວ່າງ ລັດຖະບານກ່ຽວກັບ ມໍລະດົກໂລກ

ຫວຽດນາມກາຍເປັນ ສະມາຊິກຄະນະ ກຳມະການລະຫວ່າງ ລັດຖະບານກ່ຽວກັບ ມໍລະດົກໂລກ - ảnh 1
(ພາບປະກອບ)

(vovworld) - ຕອນ​ຄໍ່າ​ວັນ​ທີ 19/11, ຫວຽດນາມ ​ໄດ້​ຮັບ​​ໄຊຊະນະ​ໃນການ​ເລືອກ​ຕັ້ງ ​ແລະ ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຫວຽດນາມ ​ກາຍ​ເປັນ​ສະມາຊິກ​ຂອງຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຂອງສົນ​ທິສັນຍາ 1972 ກ່ຽວ​ກັບ​ມໍ​ລິ​ດົກ​ໂລກ. ດ້ວຍ​ບັດ​ສະ​ໜັບສະ​ໜູນ 93 ບັດ​ໃນ​ຈຳນວນ 169 ບັດ, ຫວຽດນາມ ນອນ​ໃນ​ບັນຊີ​ລາຍ​ຊື່ 11 ປະ​ເທດ​ບັນລຸ​ຈຳນວນບັດ​ສະໜັບ​ສະໜູນ​ສຸງກວ່າ​ໝູ່ ​ແລະ ​ລື່ນ​ກາຍອັດຕາ 50% ຈຳນວນ​ບັດຕ້ອງການ​ເພື່ອ​ກາຍ​ເປັນ​ສະມາຊິກ​ໃໝ່​ຂອງຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຂອງສົນ​ທິສັນຍາ 1972 (ຫຼື​ເອີ້ນ​ວ່າ ຄະນະ​ກຳມະການ​ມໍລະດົກ). ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນຜົນສຳ​ເລັດ ​ແລະ ອິດທິພົນຊື່​ສຽງ​ຂອງ​ຫວຽດນາມ ​ໃນ​ການ​ພັດທະນາ​ຢ່າງ​ໝັ້ນຄົງ ຕິດ​ພັນ​ກັບ​ການ​ອະນຸລັກ​ຮັກສາ​ວັດທະນະທຳ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ຝລັ່ງ ພາຍຫຼັງ​​ໄດ້​ຮັບຜົນຈາກ​ການ​ເລືອກ​ຕັ້ງ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຢືອງວັນ​ກວາງ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ຢູ່​ຄຽງຂ້າງ UNESCO ​ໃຫ້​ຮູ້​ວ່າ: ດ້ວຍ​ການ​ເຂົ້າ​ເປັນ​ສະມາຊິກຄະນະ​ກຳມະການ​ມໍລະດົກ, ຫວຽດນາມ ຈະ​​ເຂົ້າ​ຮ່ວມ​ການ​ຊຸກຍູ້​ການ​ປະຕິບັດ​ສົນທິສັນຍາ 1972 ສຳລັບ 190 ປະ​ເທດ​ສະມາ​ຊິກ​ຂອງ​ສົນ​ທິສັນຍາ. ຫວຽດນາມ ກໍ່​ຈະ​ເຂົ້າ​ຮ່ວມ​ການ​ກວດ​ບັນດາ​ສຳ​ເນົາເອກະສານ​ມໍລະດົກເຊິ່ງບັນດາ​ປະ​ເທດສະ​ເໜີ​ຕໍ່​ຄະນະ​ກຳມະການ​ມໍລະດົກ.

ຂ່າວ/ບົດ​ອື່ນ