ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບິ່ງ
(vovworld) - ວັນທີ 20/12, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ຕໍ່ເຫດລອບສັງຫານທ່ານເອກອັກຄະລັດຖະທູດສະຫະພັນ ລັດເຊຍ ປະຈຳ ຕວກກີ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບິ່ງ ຊີ້ແຈ້ງວ່າ: “ຫວຽດນາມກ່າວປະນາມການບຸກໂຈມຕີດ້ວຍປືນ ທີ່ພາໃຫ້ເອກອັກຄະລັດຖະທູດສະຫະພັນລັດເຊຍປະຈຳຕວກກີເສຍຊີວິດ. ພວກຂ້າພະເຈົ້າຂໍແບ່ງປັນຄວາມເສົ້າສະຫຼົດໃຈຕໍ່ລັດຖະບານ, ປະຊາຊົນ ລັດເຊຍ ພ້ອມກັບຄອບຄົວທ່ານເອກອັກຄະລັດຖະທູດ Andrei Karlov ແລະ ເຊື່ອໝັ້ນວ່າ, ໂທດກຳນີ້ຈະຖືກລົງໂທດຢ່າງເໝາະສົມ.“