ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ
(vovworld) – ວັນທີ 4/9/2016, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເຫດລະເບີດຢູ່ພາກໃຕ້ ຟີລິບປິນ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ ໄດ້ຊີ້ແຈ້ງວ່າ: “ຫວຽດນາມ ກ່າວປະນາມຢ່າງຮຸນແຮງບັນດາຕົວການໄດ້ກໍ່ໃຫ້ເກີດເຫດລະເບີດຢູ່ພາກໃຕ້ ຟີລິບປິນ ເຮັດໃຫ້ສາມັນຊົນຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ ແລະ ເຊື່ອມໝັ້ນວ່າບັນດາຕົວການຈະຖືກຕັດສິນລົງໂທດຢ່າງແຮງ.