ການເຊັນສັນຍາລະຫວ່າງ 2 ຝ່າຍ
|
(vovworld) – ວັນທີ 29/11, ຄະນະກວດກາລັດຖະບານ ຫວຽດນາມ ໂດຍທ່ານ ຟານວັນເຊົ໋າ, ປະທານອົງການກວດກາລັດຖະບານ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບກະຊວງພົວພັນກັບສະພາແຫ່ງຊາດ, ສະພາສູງ ແລະ ອົງການກວດກາ ກຳປູເຈຍ, ທີ່ສຳນັກງານຂອງກະຊວງ. ສອງຝ່າຍໄດ້ແລກປ່ຽນໝາກຜົນວຽກງານ, ບົດຮຽນ ກ່ຽວກັບວຽກງານກວດກາ, ພິເສດແມ່ນວຽກງານຊີ້ນຳ, ບໍລິຫານໃນການແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ ແລະ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນໄລຍະຜ່ານມາ ແລະ ບາງໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ. ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ເພີ່ມທະວີການຮ່ວມມືແລກປ່ຽນຄະນະ, ອົງການກວດກາລັດຖະບານ ຫວຽດນາມ ຊ່ວຍບຳລຸງສ້າງວິຊາຊີບໃຫ້ແກ່ພະນັກງານອົງການກວດກາ ກຳປູເຈຍ, ຫວຽດນາມ ຈະສົ່ງນັກຊ່ຽວຊານໄປກຳປູເຈຍ ຊ່ວຍຍົກສູງກຳລັງຄວາມສາມາດໃນການຊີ້ນຳການເຄື່ອນໄຫວກວດກາ, ແກ້ໄຂການ ຮ້ອງທຸກ, ຮ້ອງຟ້ອງ ແລະ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ເຊັນບົດບັນທຶກຊ່ວຍຈຳຮ່ວມມືລະຫວ່າງອົງການກວດກາລັດຖະບານ ຫວຽດນາມ ກັບກະຊວງພົວພັນກັບສະພາແຫ່ງຊາດ, ສະພາສູງ ແລະ ອົງການກວດກາ ກຳປູເຈຍ.