ຫວຽດນາມ​ຄັດຄ້ານ​ບັນດາ​ການ​ກະທໍາ​ຂອງ ຈີນ​ຢູ່ໝູ່​ເກາະ​ເຈື່ອງ​ຊາ ​ແລະ ຮວ່າງ​ຊາ

(VOVWORLD) -ທຸກການເຄື່ອນໄຫວຢູ່ 2 ໝູ່ເກາະດັ່ງກ່າວ ຕ້ອງໄດ້ຮັບການອະນຸຍາດຈາກຫວຽດນາມ.
ຫວຽດນາມ​ຄັດຄ້ານ​ບັນດາ​ການ​ກະທໍາ​ຂອງ ຈີນ​ຢູ່ໝູ່​ເກາະ​ເຈື່ອງ​ຊາ ​ແລະ ຮວ່າງ​ຊາ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ:congan.com.vn)

ວັນທີ 26 ມີນາ, ຢູ່ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນທາງອອນລາຍຂອງກະຊວງການຕ່າງປະເທດຫວຽດນາມ, ຕໍ່ໜ້າບັນດາການກະທໍາທີ່ຜິດກົດໝາຍຂອງ ຈີນ ຢູ່ໝູ່ເກາະເຈື່ອງຊາ ຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ ນີ້ແມ່ນການກະທໍາຜິດກົດໝາຍ ແລະ ຮຽກຮ້ອງໃຫ້ຈີນຢຸດຕິບັນດາການກະທໍາທີ່ໄປຝືນກັບຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ຢຸດຕິການເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ.

ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ແຫຼ່ງຂ່າວທີ່ວ່າ ຈີນ ໄດ້ສ້າງຕັ້ງປ້ອມຄົ້ນຄວ້າ ສອງບ່ອນຢູ່ຫີນ ຊູບີ ແລະ ຫີນ ຈື໊ເທິບ ຂຶ້ນກັບໝູ່ເກາະເຈື່ອງຊາ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່່ງ ເນັ້ນໜັກວ່າ: ຄືດັ່ງໄດ້ຢັ້ງຢືນມາເປັນຫຼາຍຄັ້ງແລ້ວວ່າ, ຫວຽດນາມມີຫຼັກຖານດ້ານນິຕິກໍາ ແລະ ພະຍານຫຼັກຖານທາງປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສໍາລັບ 2 ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ຕາມນັ້ນແລ້ວ, ທຸກການເຄື່ອນໄຫວຢູ່ 2 ໝູ່ເກາະດັ່ງກ່າວ ຕ້ອງໄດ້ຮັບການອະນຸຍາດຈາກຫວຽດນາມ. ຫວຽດນາມ ຮຽກຮ້ອງໃຫ້ ຈີນ ເຄົາລົບອະທິປະໄຕຂອງຫວຽດນາມ, ບໍ່ມີບັນດາການກະທໍາເພີ່ມຄວາມເຄັ່່ງຕຶງ ແລະ ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ສົ່ງຜົນສະທ້ອນເຖິງສັນຕິພາບຢູ່ທະເລຕາເວັນອອກ ແລະ ພາກພື້ນ, ຈົ່ງປະຕິບັດຕາມຂໍ້ກໍານົດຂອງບັນດາປະເທດໃນວິວັດການເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ລະຫວ່າງ ອາຊຽນ ແລະ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ