ທ່ານເລືອງແທງງີ້, ໂຄສົກກະຊວງການຕ່າງປະເທດຫວຽດນາມ
(ພາບ: vnexpress.net)
(vovworld) - ວັນທີ 25/3, ຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງເມື່ອວັນທີ 20/3, ກຳປັ່ນຫາປາລຳ 1 ຂອງຊາວປະມົງແຂວງກວາງຫງາຍ ຫວຽດນາມ ຖືກກຳປັ່ນຂອງຈີນຂັບໄລ່ ແລະ ຍິງປືນທຳລາຍຢູ່ບໍລິເວນຂຶ້ນກັບໝູ່ເກາະຮ່ວາງຊາ ຂອງຫວຽດນາມ, ທ່ານເລືອງແທງງີ້, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ນີ້ແມ່ນເຫດການທີ່ຮ້າຍແຮງທີ່ສຸດ, ລະເມີດອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ໝູ່ເກາະຮ່ວາງຊາ, ນາບຂູ່ຊີວິດອິນຊີ ແລະ ກໍ່ຄວາມເສຍຫາຍທາງສັບສິນຂອງຊາວປະມົງຫວຽດນາມ. ທ່ານເລືອງແທງງີ້ ຊີ້ແຈ້ງວ່າ: ການກະທຳນີ້ ໄດ້ລະເມີດບັນດາຫຼັກການຂອງກົດໝາຍສາກົນ, ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳແກ້ໄຂບັນດາບັນຫາບົນທະເລລະຫວ່າງຫວຽດນາມ ແລະ ຈີນ, ໄປຝືນກັບຈິດໃຈຖະແຫຼງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC). ຫວຽດນາມ ເດັດດ່ຽວຄັດຄ້ານ, ຮຽກຮ້ອງໃຫ້ຝ່າຍຈີນ ຈົ່ງສືບສວນ, ແກ້ໄຂການກະທຳທີ່ຜິດພາດ ແລະ ໄຮ້ມະນຸດສະທຳດັ່ງກ່າວຢ່າງເຂັ້ມງວດ, ທົດແທນຄວາມເສຍຫາຍໃຫ້ແກ່ຊາວປະມົງຫວຽດນາມ. ວັນທີ 25/3, ຜູ້ຕາງໜ້າກະຊວງການຕ່າງປະເທດຫວຽດນາມ ໄດ້ພົບປະກັບຜູ້ຕາງໜ້າສະຖານທູດຈີນ ປະຈຳຫວຽດນາມ ເພື່ອສົ່ງສານທາງການຄັດຄ້ານການກະທຳດັ່ງກ່າວຂອງຝ່າຍຈີນ.