ຫວຽດນາມ-ຈີນສືບຕໍ່ເພີ່ມທະວີການພົບປະແລກປ່ຽນຂັ້ນສູງລະຫວ່າງກອງທັບ2ປະເທດ

ຫວຽດນາມ-ຈີນສືບຕໍ່ເພີ່ມທະວີການພົບປະແລກປ່ຽນຂັ້ນສູງລະຫວ່າງກອງທັບ2ປະເທດ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຟູ່ງກວາງ​ແທງ ໃຫ້ການຕ້ອນຮັບຄະນະຜູ້ແທນທະຫານ​ປົດ​ປ່ອຍປະ​ຊາ​ຊົນ ຈີນ
(ພາບ: bienphong.com.vn)

(vovworld) –  ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​​ເຂົ້າ​ຮ່ວມ​ງານ​ພົບ​ປະ​ແລ​ກປ່ຽນ​ມິດຕະພາບ​ປ້ອງ​ກັນ​ຊາຍ​ແດນ ຫວຽດນາມ - ຈີນ, ທີ່​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 11/3, ຢູ່ ນະຄອນ ມ໋ອງກ໋າຍ, ​ແຂວງ ກວາງ​ນີງ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຟູ່ງກວາງ​ແທງ ຢັ້ງຢືນ​ວ່າ: ພັກ, ລັດ ​ແລະ ກອງ​ທັບ​ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່ສະ​ແດງ​ຄວາມ​ປາດ​ຖະໜາ​ ​ແລະ ຄວາມຕັດສິນ​ໃຈ​ພັດທະນາ​ການ​ພົວພັນ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ການ​ຮ່ວມ​ມື​ຮອບດ້ານ ​ແລະ ໝັ້ນຄົງ​ກັບ ຈີນ​. ທ່ານ​ລັດຖະມົນຕີ ຟູ່ງກວາງ​ແທງ ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ​ມິດຕະພາບ ຫວຽດນາມ - ຈີນ ນັບ​ມື້​ນັບ​ດີງາມ ​ແລະ ​ໄດ້​ຮັບ​ການ​ປັບປຸງ​, ພັດທະນາຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ລັດຖະມົນຕີ ຟູ່ງກວາງ​ແທງ ກໍ່ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການພົບ​ປະ​ແລກປ່ຽນ, ພົບ​ປະສ້າງສັນ​ຂັ້ນ​ສູງ​ລະຫວ່າງ 2 ກອງທັບ​ກໍ່​ຄື​ລະຫວ່າງ​ບັນດາ​ກຳລັງ​ທະຫານ​ປ້ອງ​ກັນຊາ​ຍ​ແດນ, ກອງທັບ​ເຮືອ, ຕຳຫຼວດ​ທະ​ເລ, ທະຫານ​ປ້ອງ​ກັນ​ອາກາດ ​ແລະ ຂັ້ນ​ເຂດ​ທະຫານ.​​..​ ພົນ​ຕີ ຊືຈ້ຽນກົ໋ວ, ຮອງ​ຫົວໜ້າ​ເສນາ​ທິການ​ໃຫຍ່​ທະຫານ​ປົດ​ປ່ອຍປະ​ຊາ​ຊົນ ຈີນ, ​ເຫັນ​ດີ​ເປັນ​ເອກະສັນ​ເປັນ​ຢ່າງ​ສູງ​ກັບ​ບັນດາ​ຂໍ້​ສະ​ເໜີ​ຂອງ​ທ່ານ​ລັດຖະມົນຕີ ຟູ່ງກວາງ​ແທງ ​ແລະ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ກອງທັບ 2 ປະ​ເທດ​ສືບ​ຕໍ່​ຍູ້​ແຮງ​ການ​ພົບປະ​ແລກປ່ຽນ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກຂັ້ນ​, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ບຳລຸງ​ສ້າງ, ການ​ຮ່ວມ​ມື​ວຽກ​ງານ​ປ້ອງ​ກັນຊາຍ​ແດນ​ກໍ່​ຄື​ຍູ້​ແຮງ​ການ​ຮ່ວມ​ມື​ບົນ​ທະ​ເລ, ສົ່ງ​ຄູ​ອາຈານ​ການ​ທະຫານ​ມາ​ສິດສອນ​ຢູ່​ໂຮງຮຽນ​ການ​ທະ​ຫານ​ຂອງ​ທັງ 2 ຝ່າຍ.



ຂ່າວ/ບົດ​ອື່ນ