ຫວຽດນາມຈະສືບຕໍ່ມີບາດກ້າວກະໂດດຂັ້ນມຸ່ງໄປເຖິງທີ່ຕັ້ງແຫ່ງປະເທດພັດທະນາ

(VOVWORLD) - ສື່ເອເລກໂຕນິກ Frontera ຂອງ ອີຕາລີ ຫາກໍ່ລົງບົດຂຽນດ້ວຍຫົວຂໍ້ວ່າ “ທີ່ຕັ້ງ ຫວຽດນາມ ໃນສະຕະວັດອາຊີ“,
ຫວຽດນາມຈະສືບຕໍ່ມີບາດກ້າວກະໂດດຂັ້ນມຸ່ງໄປເຖິງທີ່ຕັ້ງແຫ່ງປະເທດພັດທະນາ - ảnh 1 (ພາບປະກອບ)

ໃນນັ້ນເນັ້ນໜັກວ່າ ໂດຍແມ່ນປະເທດທີ່ຖືກທຳລາຍຍ້ອນສົງຄາມ ແລະ ຄວາມທຸກຍາກ ອຶດຫີວກ່ອນນີ້ສອງ, ສາມ ທົດສະວັດນັ້ນ, ແຕ່ປັດຈຸບັນ, ຫວຽດນາມ ໄດ້ມີໂຮງຈັກ, ໂຮງງານຫຼາຍແຫ່ງພວມເຄື່ອນໄຫວ, ຊົນຊັ້ນກາງນັບມື້ນັບເພີ່ມຂຶ້ນໃນສັງຄົມ ແລະ ພວມພົ້ນເດັ່ນຂຶ້ນຄືດັ່ງ “ສິ່ງມະຫັດສະຈັນ“ ຂອງອາຊີ.

ບົດໜັງສືພິມຊີ້ແຈ້ງວ່າ, ນັບແຕ່ປະຕິບັດການປະຕິຮູບເສດຖະກິດເມື່ອປີ 1986, ຫວຽດນາມ ສາມາດບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ. ປີ 2009-2012, ຫວຽດນາມ ໄດ້ກາຍເປັນແບບຢ່າງທີ່ດີ ດ້ວຍລະດັບເຕີບໂຕຜະລິດຕະພັນພາຍໃນ (GDP) ປະມານ 6% ຕໍ່ປີ ແລະ ປະຈຸບັນ ພວມຢູ່ໃນລະດັບຂອງບັນດາພື້ນຖານເສດຖະກິດທີ່ມີລາຍຮັບສະເລ່ຍປານກາງ. ດ້ວຍລະດັບ GDP ສະເລ່ຍໃສ່ຫົວຄົນແມ່ນ 2.200 USD/ປີ.

ບົດໜັງສືພິມຍັງຖືວ່າ, ຍ້ອນມີທີ່ຕັ້ງຍຸດທະສາດສຳຄັນ, ພົນລະເມືອງໜຸ່ມ, ດ້ວຍຈຳນວນເກືອບ 100 ລ້ານຄົນ, ກຳລັງແຮງງານມີລະດັບວັດທະນະທຳສູງ… ຫວຽດນາມ ສາມາດສືບຕໍ່ມີບາດກ້າວບຸກທະລຸ ມຸ່ງໄປເຖິງທີ່ຕັ້ງຂອງປະເທດພັດທະນາໄດ້. ເມື່ອພື້ນຖານເສດຖະກິດຂອງ ຫວຽດນາມ ເລີ່ມມີຄວາມສຳຄັນໃນພາກພື້ນ, ຄວາມສຳຄັນດ້ານພູມສາດການເມືອງຂອງ ຫວຽດນາມກໍ່ຈະເພີ່ມທະວີຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ