ຫວຽດນາມຈະເສີມຂະ ຫຍາຍບົດບາດເປັນ ເຈົ້າການ, ຕັ້ງໜ້າໃນ ບັນດາເວທີປາໄສພາກພື້ນ
ທ່ານຫງວຽນກວກເກື່ອງ, ເອກອັກຄະລັດຖະທູດ
ຫວຽດນາມ ປະຈຳສະຫະລັດອາເມລິກາ
(ພາບ:TTXVN )
(vovworld)- ວັນທີ 12/9, ຢູ່ວໍຊິງຕັນ ປະເທດອາເມລິກາ, ໄດ້ຈັດໃຫ້ມີກອງປະຊຸມສຳມະນາ “ໂຄງປະກອບພາກພື້ນອາຊີ“. ກ່າວຄຳເຫັນໃນຖານະເປັນບັນລະບາຍ ທີ່ກອງປະຊຸມສຳມະນາ, ທ່ານຫງວຽນກວກເກື່ອງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະລັດອາເມລິກາ ຢືນຢັນວ່າ: ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ດຳເນີນໄປໃນເດືອນຈະມາເຖິງ ຈະສວມບົດບາດສຳຄັນໃນການພັດທະນາບັນດາຂອບເຂດ ແລະ ຫຼັກການພາກພື້ນມຸ້ງໄປເຖິງຈຸດໝາຍສັນຕິພາບ, ສະຖຽນລະພາບ ແລະ ວັດທະນະຖາວອນຢູ່ອາຊີຕາເວັນອອກ. ອາຊີຕາເວັນອອກ ຄວນສືບຕໍ່ປັບປຸງບົດບາດນີ້, ຊຸກຍູ້ການໂອ້ລົມສົນທະນາ, ຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈເພື່ອແນໃສ່ຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ, ຄວາມເສລີໃນການເດີນທະເລ, ແກ້ໄຂບັນດາຄວາມພິພາດກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ສະໜັບສະໜູນຄວາມມານະພະຍາຍາມຂອງອາຊຽນ ແລະ ຈີນ ໃນການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະ ມຸ້ງໄປສູ່ການສິ້ນສຸດການເຈລະຈາເພື່ອສ້າງປະມວນລະບຽບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໂດຍໄວ. ທ່ານ ເອກອັກຄະລັດຖະທູດ ຫງວຽນກວກເກື່ອງ ຢືນຢັນວ່າ ຫວຽດນາມ ຈະເສີມຂະຫຍາຍບົດບາດເປັນເຈົ້າການ, ຕັ້ງໜ້າໃນບັນດາເວທີປາໄສພາກພື້ນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຢູ່ອາຊີ-ປາຊີຟິກ.