ຫວຽດນາມຈະແມ່ນສະຖານທີ່ດຶງດູດບັນດານັກລົງທຶນຕ່າງປະເທດ

ຫວຽດນາມຈະແມ່ນສະຖານທີ່ດຶງດູດບັນດານັກລົງທຶນຕ່າງປະເທດ - ảnh 1
ສດຖະກິດ ຫວຽດນາມ ຈະດຶງດູດນັກລົງທຶນຕ່າງປະເທດ
(ພາບ: Thanh Vũ/TTXVN)

​(vovworld) – ພາຍ​ໃຕ້​ຫົວ​ຂໍ້​ວ່າ “ຫວຽດນາມ, ກາລະ​ໂອກາດ​ໃໝ່​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ“, ໜັງສືພິມ​ເສດຖະກິດ​ລາຍ​ວັນ​ຂອງ​ອີ​ຕາ​ລີ​ ຖື​ວ່າ, ດ້ວຍ​ເລື່ອງ​ໃກ້​ຈະ​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຝິກ (TPP), ຫວຽດນາມ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ.

ບົດ​ໜັງສືພິມ​ຂຽນ​ວ່າ: “ວັນ​ທີ 1/11, ຫວຽດນາມ ​ໄດ້​ຕ້ອນຮັບ​ພົນລະ​ເມືອງ​ຜູ້​ທີ 90 ລ້ານ, ນີ້​ແມ່ນ​ປະ​ເທດ​ທີ່​ມີ​ພົນລະ​ເມືອງ​ໜຸ່ມ​​ແໜ້ນ, ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ​ໄດ້​ເຊື່ອມ​ຕົວ​ເຂົ້າ​ໜຶ່ງ​ໃນບັນດາ​ເຂດ​ເສດຖະກິດ​ດຶງ​ດູດ​ທີ່​ສຸດ​ຢູ່ອາຊີ ​ນັ້ນແມ່ນ​ອາ​ຊຽນ, ດ້ວຍ​ພົນລະ​ເມືອງ 610 ລ້ານ​ຄົນ. ສັນຍາ TPP ຈະ​ອະນຸຍາດ​ໃຫ້​ຫວຽດນາມ​ ເຊື່ອມ​ຕົວ​ເຂົ້າ​ກັບ​ກຸ່ມ 12 ປະ​ເທດ ກວມ 40% GDP ຂອງ​ໂລກ ​ແລະ 1/3 ມູນ​ຄ່າ​ແລກປ່ຽນ​ການ​ຄ້າ​ຂອງ​ທົ່ວ​ໂລກ“. ຍ້ອນ​ເຫດ​ນັ້ນ, ນີ້​ແມ່ນ​ກາລະ​ໂອກາດ​ໃຫຍ່ ​ເຊິ່ງບັນດາ​ວິ​ສາ​ຫະກິດ​ອີ​ຕາ​ລີ​ ບໍ່​ອາດ​ພາດ​ໂອກາດ​ໄດ້.

 

ຂ່າວ/ບົດ​ອື່ນ