ຫວຽດນາມຍັງຄົງບຸລິມະສິດງົບປະມານໃຫ້ແກ່ຂົງເຂດຮັບປະກັນຊີວິດສັງຄົມແລະຫລຸດຜ່ອນຄວາມທຸກຍາກ

ຫວຽດນາມຍັງຄົງບຸລິມະສິດງົບປະມານໃຫ້ແກ່ຂົງເຂດຮັບປະກັນຊີວິດສັງຄົມແລະຫລຸດຜ່ອນຄວາມທຸກຍາກ - ảnh 1
ພາບປະກອບ:internet


(vovworld)-  ວັນ​ທີ 23/11, ຄະນະ​ຕິດຕາມ​ກວດກາ​ຂອງ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ເຮັດ​ວຽກກັບຜູ້ຕາງຫນ້າ​ລັດຖະບານ​ກ່ຽວ​ກັບ​ວຽກ​ງານ​ຫລຸດຜ່ອນ​ຄວາມ​ທຸກ​ຍາກ. ຕາມ​ບົດ​ລາຍ​ງານ​ຂອງ​ກະຊວງ​ແຮ​ງງານ-​ທະ​ຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ​ແລ້ວ, ​ໃນ​ສະພາບ​ເສດຖະກິດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຄື​ປະຈຸ​ບັນ, ລັດຖະບານ​ຫວຽດນາມ ຊີ້​ນຳ​ໃຫ້​ບຸລິມະສິດ​ແກ່​ຂົງ​ເຂດ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ຫລຸດຜ່ອນ​ຄວາມທຸກ​ຍາກ, ສືບຕໍ່​ຈັດ​​ແບ່ງ​ງົບປະມານ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ຫລຸດຜ່ອນ​ຄວາມທຸກ​ຍາກຢ່າງ​ມີ​ປະສິດທິ​ຜົນ ​ແລະ ຫນູນ​ຊ່ວຍ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ບຸລິມະສິດ​ແຫ​ລ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່​ບັນດາ​ທ້ອງ​ຖິ່ນ​ທຸກ​ຍາກ, ປະກາດ​ໃຊ້​ບາງ​ນະ​ໂຍບາຍ​ຫນູນ​ຊ່ວຍ​ຄອບຄົວ​ທຸກ​ຍາກ. ບັນດາ​ສະມາຊິກ​ໃນ​ຄະນະ​ຕິດຕາມ​ກວດກາ ​ໄດ້​ສະ​ເຫ​ນີລັດຖະບານ​ຄວນ​ເຮັດ​ແຈ້ງ​ບັນດາ​ມາດ​ຕະການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ຄົ້ນ​ຄ້ວາ, ຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ, ປະຕິບັດ​ບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ພ້ອມ​ທັງ​ມີ​ກົນ​ໄກ​ແນະນຳ​ໃຫ້​ບັນດາ​ທ້ອງ​ຖິ່ນ​ປະຕິບັດ​ນະ​ໂຍບາຍ​ຕ່າງໆ, ຄຸ້ມ​ຄອງ​ການ​ປະຕິບັດ​ຈຸດໝາຍ, ກວດກາ, ຕີ​ລາຄາ​ການ​ປະຕິບັດ​ຢູ່​ບັນດາ​ທ້ອງ​ຖິ່ນ.

 

ຂ່າວ/ບົດ​ອື່ນ