ຫວຽດນາມຍັງຄົງແມ່ນສະຖານທີ່ດຶງດູດນັກລົງທຶນຕ່າງປະເທດ

ຫວຽດນາມຍັງຄົງແມ່ນສະຖານທີ່ດຶງດູດນັກລົງທຶນຕ່າງປະເທດ - ảnh 1
ເວທີ​ປາ​ໄສ​ຫວຽດນາມ​
photo:internet

(vovworld)- ​ເວທີ​ປາ​ໄສ​ຫວຽດນາມ​ ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 30/10 ຢູ່ ສິງກະ​ໂປ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 100 ທ່ານ​ທີ່​ມາ​ຈາກ​ບັນດາ​ອົງການ​ລັດຖະບານ, ຮາກ​ຖານ​ຄົ້ນຄວ້າ ​ແລະ ​ເສດຖະກິດ​ພາກ​ເອກະ​ຊົນ​ຂອງ​ສິງກະ​ໂປ ​ແລະ ຫວຽດນາມ ພ້ອມ​ກັບ​ຜູ້ຕາງຫນ້າ​​ບັນດາ​ອົງການ​ການ​ເງິນ​ສາກົນ. ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ແງ່​ຫວັງ​ຂອງ​ຫວຽດນາມ ​ໃນ​ສະພາບ​ເສດຖະກິດ ​ແລະ ການ​ເມືອງ​ຂອງ​ໂລກ​ ມີ​ການປ່ຽນ​ແປງ​ຢ່າງ​ລຽນຕິດ; ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ ຢູ່ ຫວຽດນາມ ຜ່ານ​​ການ​ສັງ​ເກດ​ຂອງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ; ​ແບ່ງປັນ​ບົດ​ຮຽນ​ກໍ​ຄື​ແນວ​ຄວາມ​ຄິດ​ກ່ຽວ​ກັບ​ບັນຫາ​ເສດຖະກິດ​ກໍ​ຄື​ບັນດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ ​ແລະ ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ຢູ່​ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ