ຫວຽດນາມຍາດໄດ້ລາງວັນສູງໃນງານຕະຫຼາດນັດວາງສະແດງການປະດິດຄິດສ້າງສາກົນເຊີອຸ່ນປີ 2017
(VOVWORLD) -ງານຕະຫຼາດນັດວາງສະແດງການປະດິດຄິດສ້າງສາກົນຢູ່ເຊີອຸ່ນ, ປະເທດສ.ເກົາຫຼີ ປີ 2017 (Seoul International Invention Fair 2017 – SIIF 2017) ຖືກດຳເນີນໃນລະຫວ່າງວັນທີ 30 ພະຈິກ - 03 ທັນວາ
(ພາບປະກອບ: TTXVN)
|
ດ້ວຍການເຂົ້າຮ່ວມຂອງ 632 ກິດຈະກຳຂອງກວ່າ 30 ປະເທດໃນໂລກ. ງານຕະຫຼາດນັດໂດຍອົງການຊັບສິນທາງປັນຍາຂອງສະຫະປະຊາຊາດ (WIPO) ແລະ ສະຫະພັນສາກົນບັນດາສະມາຄົມປະດິດຄິດສ້າງ (IFIA) ຈັດຕັ້ງ.
ຫວຽດນາມ ມີ 2 ກິດຈະກຳປະດິດຄິດສ້າງເຂົ້າຮ່ວມງານຕະຫຼາດນັດວາງສະແດງຄັ້ງນີ້ ໄດ້ດຶງດູດຄວາມສົນໃຈຂອງຄະນະຈັດຕັ້ງ ແລະ ແຂກມາຊົມ. ນັ້ນແມ່ນກິດຈະກຳ “ບັນຊາອັດຕະໂນມັດ ແລະ ປະຢັດພະລັງງານໃຫ້ເຕົາຄວາມຮ້ອນກັ່ນນ້ຳມັນດິບ, ໂຮງານກັ່ນນ້ຳມັນ ຢຸງກ໋ວດ” ຍາດໄດ້ຫຼຽນຄຳ ໂດຍຄະນະຈັດຕັ້ງມອບໃຫ້ ແລະ ລາງວັນພິເສດຂອງສະມາຄົມບັນດານັກຄົ້ນຄວ້າວິທະຍາສາດມາເລເຊຍ. ກິດຈະກຳ “ຄົ້ນຄວ້າຄິດໄລ່ອອກແບບອຸປະກອນປິດ, ເປີດປະຕູອັດນ້ຳຮັບໃຊ້ໃຫ້ໂຄງການຕ້ານນ້ຳຖ້ວມບໍລິເວນນະຄອນໂຮ່ຈິມິນ ແລະ ບັນດາແຂວງເຂດທົ່ງພຽງແຄມທະເລ” ຍາດໄດ້ລາງວັນພິເສດໂດຍສະມາຄົມສົ່ງເສີມປະດິດຄິດສ້າງ ແລະ ປ່ຽນໃໝ່ອິນໂດເນເຊຍ ມອບໃຫ້.