ຫວຽດນາມຍາມໃດກໍຊຸກຍູ້ຄວາມສາມັກຄີ,ປອງດອງຊາດແລະສາສະໜາ
ພາບປະກອບ
|
(vovworld) – ໃນລະຫວ່າງວັນທີ 7 – 8/4, ທີ່ສຳນັກງານ ສປຊ ຢູ່ ເຊີແນວ, ປະເທດສະວິດ, ອົງການຮັບຜິດຊອບຕ້ານກໍ່ການຮ້າຍຂອງ ສປຊ (CTITF) ໄດ້ຈັດຕັ້ງກອງປະຊຸມປ້ອງກັນ, ສະກັດກັ້ນລັດທິຫົວຮຸນແຮງ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຫງວຽນຈູງແທ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ເປັນຫົວໜ້າຄະນະ. ກອງປະຊຸມຄັ້ງນີ້ເປັນເວທີປາໄສເພື່ອໃຫ້ບັນດາປະເທດສະແດງທັດສະນະ, ຄຳໝັ້ນສັນຍາດ້ານການເມືອງ, ແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນຕົວຈິງ, ຊ່ວຍເສີມຂະຫຍາຍວຽກງານປ້ອງກັນ ແລະ ສະກັດກັ້ນການຂະຫຍາຍຕົວຂອງລັດທິຫົວຮຸນແຮງຢ່າງມີປະສິດທິຜົນໃນສະພາບການສັນຕິພາບ, ຄວາມໜັ້ນຄົງຂອງໂລກ ກໍຄືຄວາມສະຖຽນລະພາບ, ການພັດທະນາແບບຍືນຍົງຢູ່ແຕ່ລະປະເທດໃນໄລຍະຜ່ານມາຖືກຜົນສະທ້ອນຢ່າງເລິກເຊິ່ງຍ້ອນປະກົດການຫົວຮຸນແຮງນີ້.
ທີ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ຫງວຽນຈູງແທ່ງ ຖືວ່າ: ການເຄື່ອນໄຫວຕໍ່ສູ້ຕ້ານລັດທິຫົວຮຸນແຮງ ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມຂອງປະຊາຄົມໂລກ ກໍ່ຄືຄວາມຕັດສິນໃຈເຄື່ອນໄຫວຢູ່ໃນລະດັບຊາດ ແລະ ພາກພື້ນ. ເຊິ່ງແມ່ນປະເທດມີຫຼາຍຊົນເຜົ່າ ແລະ ສາສະໜາຕ່າງໆພ້ອມກັນດຳລົງຊີວິດ, ນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການຊຸກຍູ້ຄວາມສາມັກຄີ ແລະ ປອງດອງຊາດ ແລະ ສາສະໜາ, ຮັບປະກັນຄວາມສະເໝີພາບ ແລະ ບໍ່ຈຳແນກການປະພຶດໄດ້ປະກອບສ່ວນຮັບປະກັນຄວາມສາມັກຄີ, ປອງດອງຊາດໃນຕະຫຼອດວິວັດທະນາການປະຫວັດສາດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ.