ຫວຽດນາມຍາມໃດກໍຮຽງບ່າຮຽງໄຫຼ່ພ້ອມກັບກູບາກ້າວເດີນບົນເສັ້ນທາງພັດທະນາ

ຫວຽດນາມຍາມໃດກໍຮຽງບ່າຮຽງໄຫຼ່ພ້ອມກັບກູບາກ້າວເດີນບົນເສັ້ນທາງພັດທະນາ - ảnh 1
ບັນດາຜູ້ແທນທີ່ເຂົ້າຮ່ວມທີ່ພິທີສະເຫຼີມສະຫຼອງ 55 ປີແຫ່ງ ວັນຊາດກູບາ     (ພາບ: baomoi.com)

 (vovworld)- ຫວຽດນາມ​ຍາມ​ໃດກໍຮຽງບ່າຮຽງໄຫຼ່​ພ້ອມ​ກັບ​ກູ​ບາ​ກ້າວ​ເດີນບົນ​ເສັ້ນທາງ​ພັດທະນາ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ທີ່ພິທີສະເຫຼີມສະຫຼອງ 55 ປີແຫ່ງ ວັນຊາດກູບາ (1/1/1959 – 1/1/2014) ຊຶ່ງຖືກຈັດຂຶ້ນໃນຕອນຄ່ຳວັນທີ 9/1 ຢູ່ ​ ​ນະຄອນ​ໂຮ່ຈິ​ມິນ. ​ທ່ານ ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ຢືນຢັນ​ວ່າ : ​ໂດຍ​ແມ່ນ​ທ້ອງ​ຖິ່ນ​ທີ່​ມີ​ບົດບາດ​ໃຈກາງ​ໃນ​ຫຼາຍ​ດ້ານ​ຂອງ​ປະ​ເທດ​ຊາດ, ນະຄອນ​ໂຮ່ຈິ​ມິນ ​ໄດ້​ຖື​ໜ້າ​ທີ່​ຄວາມ​ສາມັກຄີ, ​ໂປ່​ງ​ໃສ​ໃນ​ສາຍ​ພົວພັນ​ອ້າ​ຍນ້ອງ​ຫວຽດນາມ-ກູ​ບາ​ແມ່ນ​ຂອງ​ຕົນ​​ເອງ. ຕາມທ່ານ ​ເລ​ຮ່ວາງ​ກວນ​ແລ້ວ, ດ້ວຍ​ບັນດາ​ການ​ປ່ຽນ​ແປງ​ໃນ​ນະ​ໂຍບາຍ​ເສດຖະກິດ​ຂອງ​ກູ​ບາ​ນັ້ນ, ວິ​ສາ​ຫະກິດ​ຂອງ 2 ຝ່າຍ​ສາມາດ​ເພີ່ີມທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຄື ກະ​ສີ​ກຳ​ເຕັກນິກ​ສູງ, ອຸດສາຫະກຳ​ຜະລິດ​ເຄຶ່ອງ​ໃຊ້​ໄມ້​ສອຍ, ອຸດສາຫະກຳ​ກົນ​ຈັກ​ຮັບ​ໃຊ້​ກະ​ສີ​ກຳ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ ຜະລິດ​ປະກອບ​ລົດ​​ໂອ​ໂຕ, ​ແລກປ່ຽນ​ສິນຄ້າ, ການ​ບໍລິການ​ຂາຍຍ່ອຍ.........

     ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ກູ​ບາ​ປະຈຳ​ຫວຽດນາມ Herminio Lopez Diaz ​ເນັ້ນ​ໜັ້ກວ່າ ​ໃນ​ບັນດາ​ການ​ຕໍ່ສູ້​ທຸກ​ຄັ້ງຂອງ​ຕົນ, ການ​ປະຕິວັດ​ກູ​ບາ​ຍາມ​ໃດ​ກໍ​ໄດ້​ຮັບ​ນ້ຳ​ໃຈ​ສາມັກຄີ​ຈາກ​ປະຊາຊົນ​ຫວຽດນາມ. ​ໃນ​ທຸກ​ວັນ​ນີ້, ບົດຮຽນ​ຂອງ​ຫວຽດນາມ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບົດຮຽນ​ເພື່ອ​ທາ​ບທາມ​ທີ່​ສຳຄັນ​ທີ່​ສຸດ.

ຂ່າວ/ບົດ​ອື່ນ