(vovworld) – ຫວຽດນາມຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ (ສປຊ), ນີ້ແມ່ນຄຳເຫັນເປັນທີ່ເອກະພາບຂອງບັນດາຜູ້ແທນ ທີ່ກອງປະຊຸມຕີລາຄາໝາກຜົນບັນດາການເຄື່ອນໄຫວຮັກສາສັນຕິພາບສປຊ ຂອງຫວຽດນາມ ໃນປີ 2015, ເຊິ່ງດຳເນີນໃນຕອນເຊົ້າວັນ 29/12, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ພົນໂທ ຫງວຽນຈິ໋ວິ້ງ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສປຊ.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກເຖິງ ເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສປຊ ແມ່ນແຜນນະໂຍບາຍໃຫຍ່ຂອງລັດ ແລະ ກອງທັບປະຊາຊົນຫວຽດນາມ, ປະຕິບັດນະໂຍບາຍຫັນການພົວພັນທາງການທູດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ຕັ້ງໜ້າເປັນເຈົ້າການປະກອບສ່ວນເຂົ້າໃນບັນດາບັນຫາປ້ອງກັນຄວາມສະຫງົບ ແລະ ສັນຕິພາບສາກົນ. ໃນປີຜ່ານມາ, ບັນດາອົງການກະຊວງປ້ອງກັນປະເທດ ແລະ ກອງບັນຊາການເສນາທິການໃຫຍ່ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຮັກສາຮັນຕິພາບເປັນຢ່າງດີ. ພິເສດ, ເລື່ອງພະນັກງານຫວຽດນາມ 2 ທ່ານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສປຊ ຢູ່ຄະນະປະຕິບັດງານ ຊູດັງໃຕ້ ແລະ ອາຟະລິກາກາງ ໄດ້ປະຕິບັດສຳເລັດໜ້າທີ່ເປັນຄັ້ງທຳອິດຂອງຕົນ ແລະ ກັບເມື່ອປະເທດ, ສິ່ງດັ່ງກ່າວໄດ້ສ້າງຫາງສຽງທີ່ດີ ໃນສັງຄົມ ກ່ຽວກັບເລື່ອງກອງທັບປະຊາຊົນຫວຽດນາມ ຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍນະໂຍບາຍການຕ່າງປະເທດປ້ອງກັນຊາດ, ປະກອບສ່ວນຮັກສາສະຖຽນລະພາບຢູ່ບັນດາຈຸດເຄັ່ງຮ້ອນໃນໂລກ.