ຫວຽດນາມຕັ້ງໜ້າເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ
ພາບປະກອບ
|
(vovworld) - ທ້າຍປີນີ້, ຫວຽດນາມຈະເຂົ້າຮ່ວມ ປະຊາຄົມເສດຖະກິດອາຊຽນ. ໃນລາຍການ “ປະຊາຊົນຖາມ: ລັດຖະມົນຕີວ່າການຕ້ອບ“ ສັບປະດານີ້, ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ - ການຄ້າ ຫວູຮູຍຮ່ວາງ ຈະຕອບຄຳຖາມຂອງປະຊາຊົນກ່ຽວກັບບັນດາກາລະໂອກາດ ແລະ ການທ້າທາຍສຳລັບບັນດາວິສາຫະກິດຫວຽດນາມ, ສຳລັບພື້ນຖານເສດຖະກິດຫວຽດນາມ. ທ່ານລັດຖະມົນຕີວ່າການ ຫວູຮູຍຮ່ວາງ, ໃຫ້ຮູ້ວ່າ:
“ເນື້ອໃນຕົ້ນຕໍຂອງປະຊາຄົມອາຊຽນເຖິງວັນທີ 31/12/2015 ແມ່ນປະຕິບັດສຳເລັດຄຳໝັ້ນສັນຍາກ່ຽວກັບເສດຖະກິດການຄ້າ, ການລົງທຶນ, ເຮັດໃຫ້ອາຊຽນມີຄວາມເປັນເອກະພາບກ່ຽວກັບຕະຫຼາດສິນຄ້າ, ການລົງທຶນ, ຜູ້ອອກແຮງງານປະເທດນີ້ຈະມີໂອກາດໄປເຮັດວຽກຢູ່ປະເທດອື່ນໆ. ໄລ່ມາຮອດປະຈຸບັນ, ຫວຽດນາມໄດ້ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບທີ່ສຸດ. ຫວຽດນາມ ພ້ອມກັບບັນດາປະເທດອາຊຽນ ປະຕິບັດສຳເລັດຂັ້ນຕອນການເສຍພາສີ, ລະບົບກົນໄກພາສີຜ່ານປະຕູດຽວ, ພວມກະກຽມບັນດາແຫຼ່ງກຳລັງຢ່າງຄົບຖ້ວນ ເພື່ອແນໃສ່ປະຕິບັດໜ້າທີ່, ພັນທະເມື່ອປະຊາຄົມເສດຖະກິດອາຊຽນໄດ້ຮັບການສ້າງຕັ້ງຂຶ້ນ“.