ຫວຽດນາມຕອບ ສະໜອງວັນໂລກ ເຊີດຊູຜູ້ບໍລິຈາກ ເລືອດອາສາສະໝັກ
(ພາບ:tinhdoanqnam.vn)
(vovworld)- ຕອນເຊົ້າວັນທີ 11/6, ຢູ່ຮ່າໂນ້ຍ, ຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດອາສາສະໝັກແຫ່ງຊາດ ໄດ້ຈັດການປະຊຸມຂ່າວແນະນຳບັນດາການເຄື່ອນໄຫວເຊີດຊູຜູ້ບໍລິຈາກເລືອດອາສາສະໝັກ (14/6). ປີ 2013, ໂລກໄດ້ລະນຶກ 10 ປີແຫ່ງວັນເຊີດຊູຜູ້ບໍລິຈາກເລືອດເພື່ອສືບຕໍ່ຮັບຮູ້, ຍ້ອງຍໍສັນລະເສີນບັນດາການກະທຳກຸສົນ, ສູງສົ່ງ “ບໍລິຈາກເລືອດເພື່ອກູ້ເອົາຊີວິດມະນຸດ”.
ຢູ່ຫວຽດນາມ, ບັນດາການເຄື່ອນໄຫວຕອບສະໜອງວັນໂລກເຊີດຊູຜູ້ບໍລິຈາກເລືອດດ້ວຍບັນດາເນື້ອໃນທີ່ອຸດົມສົມບູນ. ທ່ານຫງວຽນຫຶ້ວຮົ່ງ, ຮອງປະທານສູນກາງສະພາກາແດງຫວຽດນາມ ໃຫ້ຮູ້ວ່າ:
“ວັນທີ 14/6 ຂອງແຕ່ລະປີແມ່ນວັນເພື່ອເຊີດຊູບັນດາຜູ້ບໍລິຈາກເລືອດ. ການບໍລິຈາກເລືອດເພື່ອກູ້ເອົາຊີວິດມະນຸດ ເພື່ອແນໃສ່ຢັ້ງຢືນຄຸນຄ່າວັດທະນະທຳມະນຸດອັນເລິກເຊິ່ງຂອງການບໍລິຈາກເລືອດອາສາສະໝັກ, ແມ່ນຈຸດວັດທະນະທຳທີ່ດີງາມຂອງແຕ່ລະຄົນ, ແຕ່ລະຄອບຄົວ ແລະ ທົ່ວສັງຄົມ. ໃນຈຳນວນ 100 ຄົນໄດ້ຮັບການເຊີດຊູ ແມ່ນແບບຢ່າງດີເດັ່ນຂອງຂະບວນການບໍລິຈາກເລືອດເພື່ອກູ້ເອົາຊີວິດມະນຸດ. ຜ່ານນັ້ນໄດ້ສົ່ງເສີມປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມການບໍລິຈາກເລືອດອາສາສະໝັກ ”.