ຫວຽດນາມຖືເປັນສຳຄັນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ
ທ່ານເອກອັກຄະລັດຖະທູດຟ້າມກວາງວິງ
ຢ້ຽມຢາມ ແລະ ເຮັດວຽກຢູ່ວິທະຍາຄານການທະຫານອາເມລິກາ
(ພາບ: vietnam.vnanet.vn)
(vovworld) - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຟ້າມກວາງວິງ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ວິທະຍາຄານການທະຫານອາເມລິກາ ຢູ່ West Point, ນະຄອນນິວຢອກ, ຕາມຄຳເຊີນຂອງວິທະຍາຄານ ແລະ ກະຊວງການຕ່າງປະເທດອາເມລິກາ. ຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໄດ້ມີບັນດາການພົບປະກັບຫົວໜ້າ ວິທະຍາຄານ, ພົນໂທ Robert Caslen ແລະ ບັນດາເຈົ້າໜ້າທີ່ຂອງໂຮງຮຽນ, ພ້ອມທັບກ່າວປາໄສກັບບັນດາຄູອາຈານ, ນັກຮຽນພະແນກພົວພັນສາກົນ ແລະ ພະແນກສັງຄົມກ່ຽວກັບສະພາບການຢູ່ພາກພື້ນ ແລະ ການພົວພັນລະຫວ່າງຫວຽດນາມ - ອາເມລິກາ. ທີ່ບັນດາການພົບປະ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໄດ້ຕີລາຄາສູງຂອບເຂດຄູ່ຮ່ວມມືຮອບດ້ານດ້ວຍບັນດາຫຼັກການພົວພັນສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບ ລະບອບການເມືອງຂອງກັນ, ພ້ອມກັບບັນດາຜົນງານອັນໃຫຍ່ຫຼວງເຊິ່ງ 2 ປະເທດບັນລຸໄດ້ໃນໄລຍະມໍ່ໆມານີ້ໃນຫຼາຍຂົງເຂດ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ, ຫວຽດນາມ ຖືເປັນສຳຄັນ ແລະ ຈະພ້ອມກັບອຳນາດການປົກຄອງໃໝ່ຂອງອາເມລິກາ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ບັນລຸປະສິດທິຜົນ, ມີສະຖຽນລະພາບຍາວນານ ແລະ ນັບມື້ນັບພັດທະນາອັນດີງາມຍິ່ງໆຂຶ້ນ.