ຫວຽດນາມຖືເປັນສຳຄັນແລະຊຸກຍູ້ການຮ່ວມມືກັບຍີ່ປຸ່ນ

ຫວຽດນາມຖືເປັນສຳຄັນແລະຊຸກຍູ້ການຮ່ວມມືກັບຍີ່ປຸ່ນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ຕ້ອນຮັບ​ທ່ານ Hideaki Ohmura, ​ເຈົ້າ​ແຂວງໆ Aichi
ພາບ: chinhphu.vn

(vovworld)- ຕອນ​ບ່າຍ​ວັນ​ທີ 10/9,​ ຢູ່ ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Hideaki Ohmura, ​ເຈົ້າ​ແຂວງໆ Aichi ປະ​ເທ​ດຍີ່​ປຸນ ພວມ​ຢ້ຽມຢາມ​ແລະ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ຫນັກ​ວ່າ: ຫວຽດນາມ​ປາດ​ຖະຫນາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຍີ່ປຸ່ນ ກວ່າ​ອີກ, ​ເປັນ​ຕົ້ນ​​ໃນ​ຂົງ​ເຂດ​: ພັດທະນາ​ແຫລ່ງຊັບພະຍາກອນ​ມະນຸດ, ກໍ່ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຢ່າ​ງຄົບ​ຊຸດ, ພັດທະນາ​ຂົງ​ເຂດ​ກະສິກຳ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ​ເ ຫວຽດນາມ ຖື​ເປັນສຳຄັນ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ສອງ​ປະ​ເທດ​, ​ໃນ​ນັ້ນ ມີ​ແຂວງ Aichi ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ. ລັດຖະບານ​ຫວຽດນາມ ຈະ​ສ້າງ​​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ຍີ່​ປຸ່ນ ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ. ທ່ານ Hideaki Ohmura ​ໃຫ້​ຮູ້​ວ່າ: ຈຸດປະສົງ​ການ​ຢ້ຽມຢາມ​ແລະ​ເຮັດ​ວຽກ​ຢູ່​ຫວຽດນາມ ຄັ້ງ​ນີ້ ​ແມ່ນ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພົວພັນ​ແລກປ່ຽນ​ໃນ​ຂົງ​ເຂດ​ການບິນ ​ແລະ ປາດ​ຖະຫນາ​ຢາກ​ເພີ່ມ​ຖ້ຽວບິນ​ລະຫວ່າງ​ແຂວງ Achi ກັບ​ນະຄອນ ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມີນຂອງ​ຫວຽດນາມ.

​ໃນ​ວັນ​ດຽວ​ກັນ, ທ່ານ​ພົນ​ເອກ ​ເຈີ​ນດ້າຍກວາງ, ລັດຖະມົນຕີ​ກະຊວງ​ຕຳຫລວດ ຫວຽດນາມ ​ໄດ້​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຍີ່​ປຸ່ນ Yasuaki Tanizaki ​ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ຫນ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ.

 

ຂ່າວ/ບົດ​ອື່ນ