ຫວຽດນາມບໍ່ດັດປັບບັນດາຕົວເລກຄາດໝາຍເສດຖະກິດ-ສັງຄົມ
ທ່ານ ຫງວຽນວັນເນນ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ
(ພາບ: baomoi.com)
(vovworld) – ກ່າວຄຳເຫັນທີ່ການປະຊຸມຂ່າວກ່ຽວກັບວາລະປະຊຸມປະຈຳເດືອນຂອງລັດຖະບານ, ຈັດຕັ້ງໃນຕອນບ່າຍວັນທີ 1/7, ຢູ່ຮ່າໂນ້ຍ. ທ່ານ ຫງວຽນວັນເນນ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຢືນຢັນວ່າ: ລັດຖະບານໄດ້ເປັນເອກະສັນກັນບໍ່ດັດປັບບັນດາຕົວເລກຄາດໝາຍກ່ຽວກັບເສດຖະກິດ - ສັງຄົມ, ມານະພະຍາຍາມ, ສຸມໃສ່ແກ້ໄຂບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກພ້ອມກັບບັນດາວິສາຫະກິດ, ປະຊາຊົນແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງ, ເພື່ອພັດທະນາ ແລະ ຕາມການຄາດຄະເນແລ້ວ, ພະຍາຍາມບັນລຸຕົວເລກຄາດໝາຍເຕີບໂຕວາງອອກໃນທ້າຍປີປະມານ 5,8%.
ທ່ານລັດຖະມົນຕີ ຫງວຽນວັນເນນ, ກໍ່ໃຫ້ຮູ້ວ່າ: ເພື່ອຮັບມືກັບບັນດາການກະທົບຢ່າງຫຍໍ້ທໍ້ເຖິງເສດຖະກິດ - ສັງຄົມຍ້ອນສະພາບສັບສົນໃນທະເລຕາເວັນອອກກໍ່ຂຶ້ນນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ຊີ້ນຳຕ້ອງສ້າງສາ ແລະ ເຮັດໃຫ້ພື້ນຖານເສດຖະກິດເຄື່ອນໄຫວເອກະລາດ, ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກ້ວາງຂວາງ. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖີ່ນຕ້ອງໝູນໃຊ້, ຂຸດຄົ້ນບັນດາສັນຍາການຄ້າ, ຄຳໝັ້ນສັນຍາສາກົນ, ສົ່ງເສີມການຊົມໃຊ້ສິນຄ້າພາຍໃນປະເທດ, ປະຕິບັດບັ້ນຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ” ຢ່າງມີປະສິດທິຜົນ...