ພາບປະກອບ
(vovworld) – ຕາມບົດລາຍງານ “ມຸ່ງໄປເຖິງການຊື້ບັດປະກັນສຸຂະພາບສັງຄົມທົ່ວປວງຊົນຢູ່ ຫວຽດນາມ: ຕີລາຄາ ແລະ ເລືອກເຟັ້ນ” ໂດຍທະນາຄານ ໂລກ ປະຈຳ ຫວຽດນາມ ປະກາດໃນຕອນບ່າຍວັນທີ 17/9 ໃຫ້ເຫັນວ່າ: ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງໃນການປະຕິບັດປະກັນສຸຂະພາບສັງຄົມ ແລະ ຜູ້ທີ່ໄດ້ປະຕິບັດແມ່ນກວມເຄິ່ງໜຶ່ງຈຳນວນປະຊາກອນ.
ບົດລາຍງານຮອງຮັບວ່າ ດ້ວຍການເພີ່ມລາຍຈ່າຍງົບປະມານໃຫ້ແກ່ການສົ່ງເສີມສຸຂະພາບຢ່າງແຮງ, ໂຄງການປະກັນສຸຂະພາບທີ່ເລີ່ມປະຕິບັດທົດລອງແຕ່ປີ 1989, ໄດ້ເພີ່ມຈຳນວນຜູ້ໄດ້ຮັບບັດປະກັນສຸຂະພາບ. ປີ 2010, ອັດຕາສ່ວນນີ້ໄດ້ເພີ່ມຂຶ້ນເກືອບ 60%, ເມື່ອທຽບໃສ່ 10% ໃນປີ 1990.
ບົດລາຍງານກໍ່ໄດ້ຍົກອອກບາງຂໍ້ສະເໜີກ່ຽວກັບການປະຕິຮູບຄືເປີດກ້ວາງວຽກງານປະກັນສຸຂະພາບຜ່ານການໜູນຊ່ວຍລາຄາປະກັນສຸຂະພາບ. ຊື້ບັດປະກັນສຸຂະພາບຕາມຄອບຄົວ ແລະ ມີມາດຕະການສຳລັບກຸ່ມເຂົ້າຮ່ວມບັງຄັບ, ຍົກສູງຄວາມຍຸຕິທຳ ແລະ ຮັບປະກັນດ້ານການເງິນ....