ຫວຽດນາມບຸລິມະສິດສູງສຸດໃຫ້ແກ່ວຽກງານປົກປ້ອງພົນລະເມືອງໃນສະພາບໂລກລະບາດ Covid – 19

(VOVWORLD) - ທີ່ການປະຊຸມຂ່າວນັດສາມັນທາງອອນລາຍ ຂອງກະຊວງການຕ່າງປະເທດຫວຽດນາມ ດຳເນີນໃນຕອນບ່າຍວັນທີ 26 ມີນາ, ທ່ານນາງ ເລທິທູຮັ່ງ      ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າ: ການປົກປ້ອງພົນລະເມືອງແມ່ນຫນຶ່ງໃນບັນດາວຽກງານສຳຄັນທີ່ສຸດ ແລະແມ່ນການບຸລິມະສິດສູງສຸດໃນໄລຍະປະຈຸບັນ.

ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວຂ້ອງເຖິງສະພາບການ ປະຈຸບັນມີພົນລະເມືອງຫວຽດນາມຫລາຍຄົນ ຍັງຖືກຕົກຄ້າງຢູ່ບັນດາສະຫນາມບິນສາກົນ ຍ້ອນຄຳສັ່ງຫ້າມບິນ ແລະ ປິດປະຕູສາຍການບິນສາກົນເພື່ອປ້ອງກັນ ຄວບຄຸມໂລກພະຍາດ Covid 19 ຂອງຫລາຍປະເທດ ແລະເຂດແຄ້ວນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ:

“ກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ນຳໃຫ້ບັນດາອົງການຜູ້ຕາງຫນ້າຫວຽດນາມ ຢູ່ ຕ່າງປະເທດ ເປັນເຈົ້າການຕິດຕາມ, ສົມທົບກັບບັນດາອົງການກ່ຽວຂ້ອງຢູ່ສະຫນາມບິນສາກົນ, ບັນດາບໍລິສັດການບິນສາກົນເພື່ອຫນູນ ຊ່ວຍເຂົາເຈົ້າ. ໃນວັນທີ 21 -25 ມີນາ, ບັນດາອົງການຜູ້ຕາງຫນ້າຫວຽດນາມ ຢູ່ ຕ່າງປະເທດ ໄດ້ຫນູນຊ່ວຍໃຫ້ພົນລະເມືອງຫວຽດນາມກວ່າ 800 ຄົນກັບເມືອປະເທດ. ປະຈຸບັນພວມມີປະມານ 40 ຄົນພວມຕົກຄ້າງຢູ່ສະຫນາມບິນສາກົນ. ບັນດາອົງການຜູ້ຕາງຫນ້າຫວຽດນາມ ພວມສົມທົບກັບອົງການກ່ຽວຂ້ອງ ສືບຕໍ່ຊອກຫາບັນດາຖ້ຽວບິນເໝາະສົມ ເພື່ອຊ່ວຍເຂົາເຈົ້າກັບເມືອປະເທດ."                           

ຕອບກັບ

ຂ່າວ/ບົດ​ອື່ນ